• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳ​ພັນ​ທະ​ມິດກວ່າ 40 ປະ​ເທດ ຂຶ້ນ​ແຜນ​ການ​ກູ້​ຊ່ວຍ​ກ່ຳ​ປັ່ນ 2.000 ລຳ ທີ່​ຖືກ​ຕິດ​ຄ້າງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz

ວັນ​ທີ 02 ເມ​ສາ, ກວ່າ 40 ປະ​ເທດເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ໄກ ໂດຍ​ທ່ານ Yvette Cooper ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ອັງ​ກິດ ​ເປັນ​ປະ​ທານ, ແນ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດ​າ​ມາດ​ຕະ​ການ​ເປີດ​ເສັ້ນ​ທາງ​ຂົນ​ສົ່ງ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່. ບັນ​ດາ​ການ​ສົນ​ທະ​ນາ​ໄດ້​ດຳ​ເນີນ​ໂດຍ​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ ອາ​ເມ​ລິ​ກາ.
  ບັນ​ດາ​ກ່ຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​ອ່າວ, ໃກ້​ກັບ​ຊ່ອງ​ແຄບ​ທະ​ເລ Hormuz ເມື່ອ​ວັນ​ທີ 11/3/2026 (ພາບ​ເອ​ກະ​ສານ: REUTERS)  

ຈາກ​ສະ​ພາບ​ການ​ຕົວ​ຈິງ, ບັນ​ດາ​ປະ​ເທດ​ສຸມ​ໃສ່​ບັນ​ດາ​ມາດ​ຕ​ະ​ການ​ທາງ​ການ​ທູດ ແລະ ແຜນ​ການ​ປະ​ສານ​ສົມ​ທົບ​ສາ​ກົນ, ລວມ​​ມີການ​ລະ​ດົມລວມ​ບັນ​ດາ​ເຄື່ອງ​ມື​ທາງ​ການ​ທູດ ແລະ ເສດ​ຖະ​ກິດ​, ​ເຮັດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ບໍ​ລິ​ສັດ​ປະ​ກັນ​ໄພ ແລະ ຕະຫຼາດ​ພະ​ລັງ​ງານ​ມີ​ຄວາມ​ອຸ່​ນ​ອ່ຽນ​ໃຈ, ພ້ອມ​ທັງ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອ​ນ​ໄຫວ ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ລູກ​ເຮືອ​ປະ​ມານ 20.000 ຄົນ ທີ່ຕິດ​ຄ້າງ​​ໃນ​ກ່ຳ​ປັ່ນ​ເກືອບ 2.000 ລຳ​ ຢູ່​ຊ່ອງ​ແຄບ​ທະ​ເລ​ດັ່ງ​ກ່າວ, ກໍ​ຄື​ເພີ່ມ​ທະ​ວີ​ການ​ສົມ​ທົບ​ທົ່ວ​ໂລກ​ເພື່ອ​ສາ​ມາດ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຢ່າງ​ປອດ​ໄພ ແລະ ຍືນ​ຍົງ.

ບັນ​ດາ​ແຜນ​ການ​ກູ້​ຊ່ວຍ​ກ່ຳ​ປັ່ນ​ທີ່​ຖືກ​ຕິດ​ຄ້າງ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ຈະ​ໄດ້​ນຳ​ມາ​ປ​ຶກ​ສາ​ຫາ​ລື​ໃນ​ກອງ​ປະ​ຊຸມ​​ປະ​ສານ​ງານ​​ການ​ທະ​ຫານ​ທົ່ວ​ໂລກ, ຄາດ​ວ່າຈະ​​ໄດ້​ດຳ​ເນີນ​ໃນ​ວັນ​ທີ 07 ເມ​ສາ ຈະ​ມາ​ເຖິງ, ຢູ່ Northwood, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລອນດອນ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງກອງ​ບັນ​ຊາ​ການ​ທະ​ຫານ​ປະ​ສົມ​ປະ​ຈຳ​ການ​ຂອງ ອັງ​ກິດ.

(ແຫຼ່ງຄັດຈາກ VOV)

ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ການ​ທູດ​ພະ​ລັງ​ງານ

ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ການ​ທູດ​ພະ​ລັງ​ງານ

ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຊີ້​ແຈ້ງວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບ​ປະ​ກັນ​ຄວາມ​ເສ​ລີ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ບັນ​ດາ​ເຂດ​ທະ​ເລ

Top