• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳນັກງານຂອງ VOV ປະຈຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1

      ຕອນເຊົ້າວັນທີ 23 ທັນວາ, ຢູ່ນະຄອນ ເກີນເທີ,  ສຳນັກງານຂອງ ວິທະຍຸກະຈາຍສຽງຫວຽດນາມ ປະຈຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 20 ແຫ່ງວັນຄົບຮອບຂອງຕົນຂຶ້ນ (1998-2018)

ທ່ານ ຫງວຽນເທ້ກິ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມກ່າວຄຳເຫັນທີ່ພິທີພິທີສະເຫຼີມສະຫຼອງ
      ເຂົ້າຮ່ວມພິທີ ມີທ່ານຫງວຽນເທ້ກີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ, ບັນດາທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ; ອະດີດການນຳ ວິທະຍຸກະຈາຍສຽງຫວຽດນາມພ້ອມກັບຜູ້ຕາງໜ້າບັນດາຫົວໜ່ວຍທີ່ຂຶ້ນກັບ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ກ່າວຄຳເຫັນທີ່ພິທີພິທີສະເຫຼີມສະຫຼອງ,  ທ່ານ ຫງວຽນເທ້ກິ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ກ່າວວ່າ :
   “ ຕ້ອງກໍ່ສ້າງຖັນແຖວພະນັກງານ, ນັກຂ່າວ, ບັນນາທິການ, ນັກແປພາສາ, ນັກເຕັກນິກ, ພາລະກອນໃຫ້ນັບມື້ນັບເກັ່ງກ້າທາງດ້ານວິຊາການ, ກ່ຽວກັບທັກສະການເຮັດໜັງສືພິມ, ມີຄຸນທາດ, ຄຸນສົມບັດ, ຈັນຍາບັນໃນການປະກອບອາຊີບ. ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນເຂດດິນເປີດກ້ວາງ, ເຂດດິນມີມໍລະດົກວັດທະນະທຳອັນລ້ຳຄ່າຫຼາຍຢ່າງຂອງຊາດ. ສຳນັກງານປະຈຳການ ບໍ່ພຽງແຕ່ເຮັດຂ່າວ ແລະ ບົດກ່ຽວກັບເນື້ອໃນນີ້ເທົ່ານັ້ນ, ຫາກຍັງຕ້ອງສົມທົບກັບບັນດາຫົວໜ່ວຍຂອງ VOV, ບັນດາສະຖານີວິທະຍຸ-ໂທລະພາບໃນເຂດເພື່ອຜະລິດບັນດາລາຍການວັດທະນະທຳ-ສິລະປະວັນນະຄະດີ. ນັ້ນແມ່ນການອະນຸລັກ, ພັດທະນາວັດທະນະທຳສິລະປະຂັບເດີນກາຕາຍຕື, ຂັບລພື້ນເມືອງ…ທັງນີ້ກໍເປັນການຕອບສະໜອງຄວາມຕ້ອງການຂອງປະຊາຊົນ ”
    ໂດຍໄດ້ຮັບມອບສິດຈາກປະທານປະເທດ ແຫ່ງສ.ສ. ຫວຽດນາມ, ທ່ານ ຫງວຽນເທ້ກິ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ມອບຫຼຽນ ຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ສຳນັກງານຂອງ VOV ປະຈຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top