• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານ, ວິໄສທັດຂອງ ຫວຽດນາມ ກ່ຽວກັບນະວັດຕະກຳ

ທີ່ວາລະໂອ້ລົມສົນທະນານະໂຍບາຍພິເສດໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກ Davos ຄັ້ງທີ 55 ທີ່ພວມດຳເນີນໄປຢູ່ ສະວິດ, ຕອນບ່າຍວັນທີ 21 ມັງກອນ ທ່ານນາຍົກລັດຖະມົນຕີ ຫວຽນດາມ ຟ້າມມິງຈິງ ໄດ້ສົ່ງສານທີ່ມີຄວາມໝາຍ, ທັດສະນະຂອງຫວຽດນາມ ກ່ຽວກັບນະວັດຕະກຳ. ທ່ານນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ: ສັງກາດອັດສະລິຍະຕ້ອງໄປຄຽງຄູ່ກັບການພັດທະນາພູມປັນຍາອັດສະລິຍະ, ຖານຂໍ້ມູນ. ຜົນສຳເລັດຂອງວາລະໂອ້ສົມສົນທະນາ ໄດ້ປະກອບສ່ວນແຜ່ຂະຫຍາຍວິໄສທັດ ແລະ ແງ່ຫວັງພັດທະນາຂອງ ຫວຽດນາມ ໃນສັງກາດໃຫມ່.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ນະໂຍບາຍພິເສດ

ທີ່ວາລະໂອ້ລົມສົນທະນານະໂຍບາຍພິເສດໃນຂອບເຂດ WEF 55, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມພັດທະນາພື້ນຖານໂຄງລ່າງອັດສະລິຍະ ຄາດວ່າຈະກໍ່ສ້າງສູນຖານຂໍ້ມູນແຫ່ງຊາດ ໃນເດືອນມິຖຸນາປີນີ້.

ສັງກາດອັດສະລິຍະຕ້ອງໄປຄຽງຄູ່ກັບການພັດທະນາພູມປັນຍາອັດສະລິຍະ

ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫວຽດນາມ ຈະກຳແຫນ້ນກາລະໂອກາດໃນສັງກາດອັດສະລິຍະເພື່ອໃຫ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການຫັນເປັນດິຈິຕອນໃຫ້ກາຍເປັນແຫລ່ງກຳລັງ, ນຳເສດຖະກິດ ຫວຽດນາມ ໃຫ້ບັນລຸໄດ້ເປົ້າໝາຍກາຍເປັນພື້ນຖານເສດຖະກິດພັດທະນາ, ມີລາຍຮັບສູງໃນປີ 2045.

ທ່ານນາຍົກລັດຖະມົນຕີ ຖືວ່າ: ສັງກາດອັດສະລິຍະ ແມ່ນສັງກາດຊື່ງ ດ້ານການເມືອງມີສະຖຽນລະພາບ, ບໍ່ມີສົງຄາມ; ເສດຖະກິດພັດທະນາວ່ອງໄວ ແຕ່ຕ້ອງຍືນຍົງ, ສິ່ງແວດລ້ອມຕ້ອງໄດ້ຮັບປະກັນ ແລະ ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫລັງ. ພິເສດ ສັງກາດອັດສະລິຍະຕ້ອງໄປຄຽງຄູ່ກັບການພັດທະນາພູມປັນຍາອັດສະລິຍະ, ຖານຂໍ້ມູນ.

ເພື່ອກະກຽມໃຫ້ແກ່ສັງກາດອັດສະລິຍະ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ການສ້າງລະບອບນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາພາກສ່ວນທີ່ເຂົ້າຮ່ວມ ພັດທະນາຢ່າງສະເຫມີພາບໃນພື້ນຖານເສດຖະກິດຫລາຍພາກສ່ວນ, ກຳນົດການພັດທະນາປັນຍາປະດິດ ຫວຽດນາມ ຕ້ອງອີງໃສ່ຖານຂໍ້ມູນຂອງ ຫວຽດນາມ.

          ຕາມນັ້ນແລ້ວ, ມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈີຕອນແຫ່ງຊາດ (ປະກາດໃຊ້ໃນວັນທີ 22 ທັນວາ ປີ 2024) ຈະສ້າງກຳລັງຫນູນໃຫ້ແກ່ການລົງທຶນເຂົ້າໃນການຄົ້ນຄ້ວາພັດທະນາຂອງ ຫວຽດນາມ. ລັດຖະບານ ຫວຽດນາມ ກໍ່ເອົາໃຈໃສ່ຮັບປະກັນຊັບສິນທາງປັນຍາ ເພື່ອແນໃສ່ສ້າງກອບນິຕິກຳຢ່າງສະເຫມີພາບໃຫ້ແກ່ບັນດານັກລົງທຶນຕ່າງປະເທດໃນຂົງເຂດເຕັກໂນໂລຊີ.

ປະຈຸບັນ ລັດຖະບານ ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຊຸກຍູ້ການລົງທຶນ, ລະດົມແຫລ່ງກຳລັງສັງຄົມ, ວິສາຫະກິດພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງອັດສະລິຍະ, ຄາດວ່າ ຈະກໍ່ສ້າງສູນຖານຂໍ້ມູນແຫ່ງຊາດສຳເລັດໃນເດືອນມິຖຸນາປີນີ້.

ຫວຽດນາມ ກໍ່ກຳນົດຈະພັດທະນາປັນຍາປະດິດ ໂດຍອີງໃສ່ຖານຂໍ້ມູນພາຍໃນປະເທດ, ຈາກນັ້ນ ກໍ່ມານະພະຍາຍາມຊຸກຍູ້ການລົງທຶນ ແລະ ລະດົມບັນດາແຫລ່ງກຳລັງພັດທະນາພື້ນຖານໂຄງລ່າງ.

ເຖິງວ່າ ປະເທດຊາດໄດ້ເລີ່ມຕົ້ນຈາກຈຸດທີ່ຕ່ຳ, ມີພື້ນຖານເສດຖະກິດທີ່ພວມຫັນປ່ຽນ ແຕ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ດ້ວຍຄວາມມານະພະຍາຍາມຫລາຍຢ່າງ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນກ່ຽວກັບການຮ່ວມມືຄົ້ນຄ້ວາ ແລະ ພັດທະນາ, ແມ່ນຈຸດນັດພົບແຫ່ງການລົງທຶນອັນດູດດຶ່ມຂອງບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່ທົ່ວໂລກຄື: Samsung, NVIDIA…

ປະກອບສ່ວນແກ້ໄຂຫລາຍບັນຫາທົ່ວໂລກ

ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະແດງໃຫ້ບັນດານັກເສດຖະກິດ, ປະຊາຄົມວິສາຫະກິດໂລກ ເຫັນໄດ້ເຖິງການປະກອບສ່ວນຫລາຍສົມຄວນຂອງ ຫວຽດນາມ ໃນການແກ້ໄຂຫລາຍບັນຫາທົ່ວໂລກ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ໂດຍແມ່ນຫນຶ່ງໃນບັນດາປະເທດທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ລະດັບນ້ຳທະເລຂຶ້ນສູງ, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະນຳອັດຕາການປ່ອຍອາຍພິດລົງລະດັບ 0  ແລະ ມານະພະຍາຍາມຊຸກຍູ້ການຫັນເປັນສີຂຽວ, ການຜະລິດສີຂຽວ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ພວມພັດທະນາຢ່າງບຸກທະລຸ, ມານະພະຍາຍາມປັບປຸງລະບອບນະໂຍບາຍໃຫ້ສຳເລັດເພື່ອແກ້ໄຂຄວາມຕິດຄັດຂອງແຫລ່ງກຳລັງໃຫ້ແກ່ການພັດທະນາພະລັງງານທົດແທນ, ເລີ່ມປະຕິບັດບັນດາໂຄງການໄຟຟ້ານິວເຄຼຍ ເພື່ອຮັບປະກັນແຫລ່ງພະລັງງານສະອາດໃຫ້ແກ່ປະເທດຊາດ. ບັນດາສານຂອງທ່ານນາຍົກລັດຖະມົນຕີທີ່ການໂອ້ລົມສົນທະນາເປັນການພິສູດໃຫ້ຄຳຢືນຢັນຂອງ ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ກ່ອນທີ່ຈະໄປປະຕິບັດງານ.         

“ຫວຽດນາມ ຈະສືບຕໍ່ຢັ້ງຢືນບົດບາດແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກຕັ້ງຫນ້າ, ມີຄວາມຮັບຜິດຊອບ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງປະຊາຄົມໂລກໃນສັງກາດອັດສະລິຍະ, ມຸ່ງໄປເຖິງອະນາ ຄົດທີ່ວັດທະນາຖາວອນ ແລະ ຍືນຍົງໃຫ້ແກ່ມວນມະນຸດ”.

ສານຂອງທ່ານນາຍົກລັດຖະມົນຕີ ທີ່ວາລະໂອ້ລົມສົນທະນານະໂຍບາຍ ໄດ້ປະກອບສ່ວນແຜ່ຂະຫຍາຍວິໄສທັດ ແລະ ແງ່ຫວັງການພັດທະນາຂອງ ຫວຽດນາມ ໃນສັງກາດໃຫມ່ ໄປສູ່ປະຊາຄົມສາກົນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top