• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານປະຊາຊົນ ຫວຽດນາມ - ລາວ ເພີ່ມທະວີການພົວພັນຮ່ວມມື

      ທີ່ການເຈລະຈາ, ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ປາດຖະໜາວ່າ ຂະແໜງສານ 2 ປະເທດ
ວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮ່ວາບີ່ງ, ປະທານສານປະຊາຊົນສູງສຸດ ສສ ຫວຽດນາມ ໄດ້ເຈລະຈາກັບທ່ານ ຄຳພັນ ສິດທິດຳພາ, ປະທານສານປະຊາຊົນສູງສຸດ ສປປ ລາວ, ຫົວໜ້າຄະນະຜູ້ແທນສານປະຊາຊົນສູງສຸດ ລາວ.
        ທີ່ການເຈລະຈາ, ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ຫວຽດນາມ ປາດຖະໜາວ່າ ຂະແໜງສານ 2 ປະເທດ, ພິເສດແມ່ນສານຂັ້ນແຂວງສືບຕໍ່ຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະປະຕິບັດງານ, ບັນດາການໂອ້ລົມສົນທະນາ ເພື່ອແນໃສ່ແລກປ່ຽນ, ແບ່ງປັນບົດຮຽນໃນການພິພາກສາ, ເພີ່ມທະວີການພົວພັນຮ່ວມມືມິດຕະພາບ 2 ຝ່າຍ.
        ສ່ວນປະທານສານປະຊາຊົນສູງສຸດ ລາວ ຢັ້ງຢືນວ່າ ຂະແໜງສານປະຊາຊົນ ລາວ ປາດຖະໜາຢາກເພີ່ມທະວີການແລກປ່ຽນວິທີການຮ່ວມມືລະຫວ່າງ 2 ຝ່າຍ, ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງຂະແໜງສານປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງຂະແໜງສານປະຊາຊົນ 2 ປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top