• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານທາງການຂອງນາຍົກລັດຖະມົນຕີ ສຸມໃສ່ຮັບມື,ແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸWIPHA

      ຕອນຄ່ຳວັນທີ 3 ສິງຫາ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງສານທາງການເຖິງຄະນະກຳມະການປະຊາຊົນບັນດາແຂວງ ເຂດພູດອຍທາງພາກເຫນືອ ແລະ ພາກກາງ, ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພທຳມະຊາດ ແລະ ກູ້ໄພກູ້ຊີບ, ບັນດາກະຊວງ ຂະແຫນງການ ແລະ ອົງການມີຫນ້າທີ່ຄວາມຮັບຜິດຊອບ ກ່ຽວກັບເລື່ອງສຸມໃສ່ຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກ ພາຍຸ WIPHA.
ທ່ານນາຍົກລັດຖະມົນຕີ  ສະເຫນີ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຄວນສຸມໃສ່ຊີ້ນຳແກ້ໄຂຜົນຮ້າຍຢ້ອນຫລັງຈາກ ພາຍຸ ໂດຍໄວ ແລະ ຜັນຂະຫຍາຍວຽກງານກູ້ໄພກູ້ຊີບ ຊອກຫາຜູ້ຖືກຫາຍສາບສູນ ແລະ ຫນູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຈາກໄພທຳມະຊາດ. ນອກນັ້ນ ຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ເລັ່ງລັດຜັນຂະຫຍາຍການຮັບມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກຫນັກ, ນ້ຳຖ້ວມ, ລວບລວມຄວາມເສຍຫາຍ, ສົມທົບກັບບັນດາອົງການກ່ຽວຂ້ອງ ສຳຫລວດກວດກາ, ສະເຫນີ ນາຍົກລັດຖະມົນຕີ ພິຈາລະນາເພື່ອຫນູນຊ່ວຍບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຈາກໄພທຳມະຊາດຕາມການກຳນົດ.
ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ສະແດງຄວາມເສົ້າສະຫລົດໃຈມາຍັງບັນດາຄອບຄົວມີຜູ້ເສຍຊີວິດ, ຫາຍສາບສູນຈາກໄພທຳມະຊາດ ແລະ ແບ່ງເບົາຄວາມຫຍຸ້ງຍາກ, ການເສຍຫາຍຕໍ່ອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດປະສົບໄພທຳມະຊາດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top