• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຝູ໋ຈ້ອງ: “ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອ ເຊື່ອໃຈເພື່ອສັນຕິພາບ ທີ່ໝັ້ນຄົງ”


ສານຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ ຈ້ອງ: “ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອ ເຊື່ອໃຈເພື່ອສັນຕິ ພາບ ທີ່ໝັ້ນຄົງ”
ເນື່ອງໃນໂອກາດ ຫວຽດນາມ ໄດ້ຄັດເລືອກເປັນ ສະມາຊິກ ບໍ່ ຖາວອນ ສະພາຄວາມໝັ້້ນຄົງ ສະຫະປະຊາ ຊາດ ອາຍຸການ 2020-2021, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນ ຝູ໋ຈ້ອງ ໄດ້ມີສານ: “ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອ ເຊື່ອໃຈ ເພື່ອສັນຕິພາບ ທີ່ໝັ້ນຄົງ”

ສຳນັກຂ່າວສານ ຫວຽດນາມ ຂໍສະເໜີເນື້ອໃນ ຂອງສານສະ ບັບນີ້:

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບທີ່ ໝັ້ນຄົງ
ວັນທີ 7 ມິຖຸນາ 2019, ໃນວາລະ ກອງປະຊຸມຄົບຄະນະ ຂອງ ສະມັດຊາໃຫຍ່ ສະປະຊາຊາດ, ຫວຽດນາມ ໄດ້ຮັບເລືອກ ເປັນ ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້້ນຄົງ ສະຫະປະຊາ ຊາດ ອາຍຸ ການ 2020-2021.  ກ່ອນອື່ນໝົດ, ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຂອບ ໃຈ ຢ່າງເລິກເຊິ່ງທີ່ສຸດ ເຖິງບັນດາປະເທດທີ່ ເປັນສະມາຊິກ ຂອງ ສປຊ ທີ່ໄດ້ໃຫ້ ການສະໜັບສະໜູນ, ເຊື່ອຖື ແລະ ເລືອກ ຫວຽດນາມ ຮັກສາໜ້າທີ່ດັ່ງກ່າວ ເປັນເທື່ອທີສອງ. ນີ້ແມ່ນ ການ ຮັບຮອງ ທີ່ສຳຄັນ ແລະ ຕີລາຄາສູງຂອງປະຊາຄົມສາກົນ ຕໍ່ບົດ ບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນ ວຽກ ງານສາກົນ ແລະ ພາກພື້ນ; ສິ່ງດັ່ງກ່າວສະແດງໃຫ້ ເຫັນຖານະ ບົດບາດ ແລະ ອິດທິພົນນັບມື້ນັບສູງເດັ່ນ ຂອງ ຫວຽດນາມ ບົນເວທີສາກົນ.
 
ຫວຽດນາມ ໄດ້ກາຍເປັນສະມາຊິກ ບໍ່ຖາວອນ ສະພາຄວາມໝັ້້ນ ຄົງ ສະຫະປະຊາຊາດ ແມ່ນກຽດອັນສະຫງ່າ, ຢືນຢັນແນວ ທາງ ການຕ່າງປະເທດທີ່ຖືກຕ້ອງຂອງພັກ ແລະ ລັດ, ແຕ່ນີ້ ກໍ່ ແມ່ນ ຄວາມຮັບຜິດຊອບທີ່ໜັກໜ່ວງ, ຮຽກຮ້ອງໃຫ້ພວກເຮົາ ຕ້ອງມີ ຄວາມມານະພະຍາຍາມ ເຮັດສຸດຄວາມສາມາດ ຂອງ ຕົນເພື່ອ ສຳເລັດພາລະໜ້າທີ່ ເຊິ່ງປະຊາຄົມ ສາກົນໄດ້ ມອບໝາຍໃຫ້. ຫວຽດນາມ ຈະສືບຕໍ່ປະຕິບັດແນວທາງ ການຕ່າງປະເທດ ເອກະ ລາດ, ເປັນເຈົ້າຂອງຕົນເອງ, ຫັນການພົວພັນ ທາງ ການທູດເປັນ ຫຼາກຫຼາຍຮູບແບບ, ເປັນເຈົ້າ ແລະ  ຕັ້ງໜ້າ ໃນການເຊ່ືອມ ໂຍງ ສາກົນ; ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ເປັນສະ ມາຊິກ ທີ່ມີຄວາມ ຮັບຜິດຊອບຂອງປະຊາຄົມສາກົນ; ຊຸກຍູ້ການ ປະຕິບັດຕາມ ກົດບັດຂອງ ສປຊ ແລະ ກົດໝາຍ ສາກົນ, ປະ ກອບ ສ່ວນຢ່າງ ຕັ້ງໜ້າ ເຂົ້າໃນຄວາມພະຍາຍາມລວມ ຂອງ ປະຊາຄົມສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ.
 

ດ້ວຍຄວາມຕັດສິນໃຈໃໝ່,  ບັນຍາກາດໃໝ່, ຄວາມໄວ້ເນື້ອເຊື່ອ ໃຈຢ່າງເລິກເຊິ່ງ ຕໍ່ກຳລັງແຮງ, ຄວາມຕັ້ງໝັ້ນ ຂອງ ທົ່ວພັກ, ທົ່ວ ປວງຊົນ, ດ້ວຍຄວາມພະຍາຍາມ ແລະ ການປະສານສົມ ທົບ ຢ່າງມີປະສິດທິຜົນຂອງທຸກຂັ້ນ, ທຸກກະຊວງ, ຄະນະ, ຂະ ແໜງ ການ ແລະ ການສະໜັບສະໜູນ ຂອງ ປະຊາຊົນ, ພວກ ເຮົາ ເຊື່ອວ່າ ຫວຽດນາມ ຈະສຳເລັດການດຳລົງຕຳແໜ່ງ ທີ່ເປັນ ສະ ມາຊິກ ບໍ່ຖາວອນ ສະພາຄວາມໝັ້້ນຄົງ ສະຫະປະຊາຊາດ, ສົມເປັນ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບ ທີ່ໝັ້ນຄົງ.
ປະຕິບັດ: VNA/VNP

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top