• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາສິນຄ້າ ຫວຽດນາມ ຢູ່ ໄທ ປີ 2023: ເຂັ້ມຂົ້ນໄປດ້ວຍລົດຊາດທາງພາກໃຕ້ ຫວຽດນາມ

ດ້ວຍຫົວຂໍ້ “The Magical Taste of Vietnam - ລົດຊາດຂອງທາງພາກໃຕ້ ຫວຽດນາມ”, ສັບປະດາສິນຄ້າ ຫວຽດນາມ ຢູ່ ປະເທດໄທ ປີ 2023 ດຶງດູດວິສາຫະກິດເກືອບ 100 ແຫ່ງເຂົ້າຮ່ວມການເຊື່ອມຕໍ່ການພົວພັນຄ້າຂາຍ ແລະ ວາງສະແດງ, ໂຄສະນາວັດທະນະທຳ
  ຮອງນາຍົກລັດຖະມົນຕີ ໄທ ຢ້ຽມຢາມບັນດາຮ້ານວາງສະແດງສິນຄ້າ ຂອງ ຫວຽດນາມ  

“ສັບປະດາສິນຄ້າ ຫວຽດນາມ ຢູ່ ປະເທດໄທ ປີ 2023” ໂດຍກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ກຸ່ມບໍລິສັດ Central Retail ຢູ່ ຫວຽດນາມ, ເປັນປະທານຮ່ວມ, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ສິງຫາ ແລະ ແກ່ຍາວຮອດວັນທີ 20 ສິງຫາ ຢູ່ Central World, ນະຄອນຫຼວງ ບາງກອກ, ປະເທດ ໄທ.

ດ້ວຍຫົວຂໍ້ “The Magical Taste of Vietnam - ລົດຊາດຂອງທາງພາກໃຕ້ ຫວຽດນາມ”, ສັບປະດາສິນຄ້າ ຫວຽດນາມ ຢູ່ ປະເທດໄທ ປີ 2023 ດຶງດູດວິສາຫະກິດເກືອບ 100 ແຫ່ງເຂົ້າຮ່ວມການເຊື່ອມຕໍ່ການພົວພັນຄ້າຂາຍ ແລະ ວາງສະແດງ, ໂຄສະນາວັດທະນະທຳ, ການທ່ອງທ່ຽວ ແລະ ບັນດາເຄື່ອງຂອງທີ່ເປັນເອກະລັກສະເພາະຂອງເຂດພາກຈາກນະຄອນໂຮ່ຈີມິນ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂດ໊ຖັ້ງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຊຸກຍູ້ການສົ່ງອອກໂດຍກົງເຂົ້າບັນດາລະບົບຈຳໜ່າຍຢູ່ບັນດາປະເທດ, ໃນນັ້ນມີປະເທດໄທ. ທ່ານ ໂດ໊ຖັ້ງຫາຍ ຢັ້ງຢືນວ່າ:

“ສັບປະດາສິນຄ້າ ຫວຽດນາມ ຢູ່ປະເທດ ໄທ ແມ່ນໜຶ່ງໃນບັນດາເຫດການສົ່ງເສີມການຄ້າສຳຄັນ, ເພື່ອແນໃສ່ໂຄສະນາ, ແນະນຳສິນຄ້າ ຫວຽດນາມ ຢູ່ປະເທດ ໄທ. ບັນດາການເຄື່ອນໄຫວສົມທົບກັນຫຼາຍຮູບຫຼາຍແບບລະຫວ່າງ Central Retail ຫວຽດນາມ ແລະ ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ, ໃນໄລຍະຜ່ານມາ, ບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ຫວຽດນາມ ແລະ ບັນດາວິສາຫະກິດ ໄທ, ກໍ່ຄືກຸ່ມບໍລິສັດ Central World, ປະກອບສ່ວນພັດທະນາການພົວພັນການຄ້າລະຫວ່າງສອງປະເທດ ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top