• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຕະປະປາສົ່ງສານສັນຕິພາບເນື່ອງໃນໂອກາດວັນບຸນຄິຼດສະມາດປີ 2016


ສັນຕະປະປາ Francis ຮຽກຮ້ອງ​ໃຫ້​ສັນຕິພາບ​​ແກ່ໜ່ວຍ
ພິພົບ​ທີ່​ຍັງມີສົງຄາມ ​ແລະ ການ​ໃຊ້ຄວາມ​ຮຸນ​ແຮງ
(ພາບ: AFP/TTXVN)

​      ວັນ​ທີ 25/12 ​ໃນ​ສານ​ມູນ​ເຊື້ອ​​​ເນື້ອ​ໃນໂອກາດວັນ​ບຸນ​ຄິຼດສະມາດ, ສັນຕະປະປາ Francis ຮຽກຮ້ອງ​ໃຫ້​ສັນຕິພາບ​​ແກ່ໜ່ວຍພິພົບ​ທີ່​ຍັງມີສົງຄາມ ​ແລະ ການ​ໃຊ້ຄວາມ​ຮຸນ​ແຮງ ພ້ອມ​ທັງ​ສະ​ແດງຄວາມ​ເຫັນ​ໃຈ​ສຳລັບ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກການ​ກໍ່​ການ​ຮ້າຍ ພາຍຫລັງ 1 ປີທີ່​​ເກີດ​ບັນດາ​ເຫດ​ບຸກ​ໂຈມ​ຕີຢ່າງນອງ​ເລືອດ. ກ່າວ​ຄຳ​ເຫັນຕໍ່ໜ້າມວນ​ຊົນ 40.000 ຄົນ ທີ່​ເທວະສະຖານ St. Peter ຢູ່ Vatican, ສັນຕະປະປາ ອາຍຸ 80 ປີຊາວ​ ອັກ​ຊັງ​ຕິ​ນ ຮຽກຮ້ອງ ຢຸດຮົບຢູ່ ຊີຣີ ​ແລະ ​ເນັ້ນ​ໜັກ “​ໄດ້​ມີ​ການ​ບຸກ​ໂຈມ​ຕີນ​ອງ​ເລືອດ​ຫລາຍ​ຄັ້ງ​ແລ້ວ” ​ແລະ ​ໃນ​ປະຈຸ​ບັນ​ວິ​ກິດ​ການ​ໄດ້​ກ້າວ​ເຂົ້າ​ສູ່​ປີທີ 6. ສັນຕະປະປາ​ຢືນຢັນ​ວ່າ ຮອດ​ຈຸດ​ເວລາ​ທີ່​ປະຊາ​ຄົມ​ສາກົນຮ່ວມ​ແຮງ​ຮ່ວມ​ໃຈກັນ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ຜ່ານ​ການ​ເຈລະຈາ ​ແລະ ຜ່ອນ​ສັ້ນ​ຜ່ອນ​ຍາວ. ຄຽງ​ຂ້າງ​ນັ້ນ ສັນຕະປະປາ ກໍ່​ຮຽກຮ້ອງ​ໃຫ້​ສ້າງ​ສັນຕິພາບ​ຢູ່ ອີຣັກ, ລີ​ບີ ​ແລະ ​ເຢ​ແມນ ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ປະຊາຊົນ​ພວມ​ຖືກຮັບ​ເຄາະ​ຮ້າຍ​ຈາກສົງຄາມ ​ແລະ ຄວາມ​ຮຸນ​ແຮງ​​ໃນ​ການກໍ່​ການ​ຮ້າຍ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງວ່າ ບັນດາ​ການ​ປະ​ທະ​ກັນ​ຢູ່​ຫລາຍ​ປະ​ເທດ ອາ​ຟຣິກກາ  ຈະ​ສິ້ນ​ສຸດ​ລົງ​ເຊິ່ງລວມມີ ​ໄນຈີ​ເນຍ ​ແລະ ຊູ​ດັງ​ໃຕ້.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top