ຂ່າວສານ
ສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ຮ່າໂນ້ຍ

ທ່ານ Wilbur L Ross ລັດຖະມົນຕີກະຊວງການຄ້າ ອາເມລິກາ (ພາບ: TTXVN)
ທ່ານ Wilbur L Ross ລັດຖະມົນຕີກະຊວງການຄ້າ ອາເມລິກາ ພ້ອມກັບຄະນະປະຕິບັດງານ, ບັນດາເຈົ້າໜ້າທີ່ລັດຖະບານ ແລະ ບັນດາຜູ້ອຳນວຍການຝ່າຍບໍລິຫານທີ່ມາຈາກ 17 ບໍລິສັດແຖວໜ້າຂອງ ອາເມລິກາເຂົ້າຮ່ວມພິທີ. ກ່າວຄຳເຫັນທີ່ພິທີ, ທ່ານ Wilbur L Ross ຖືວ່າ ໃນປັດຈຸບັນ, ສຳລັບບັນດາວິສາຫະກິດ ອາເມລິກາ, ເລື່ອງຊຸກຍູ້ການພັດທະນາການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ຈະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງ. ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ປັດຈຸບັນ, ການຄ້າສອງສົ້ນ ຫວຽດນາມ - ອາເມລິກາ ບັນລຸໄດ້ກ່ວາ 60 ຕື້ USD ແລະ ມີບາດກ້າວເຕີບໂຕຢ່າງເປັນໜ້າປະທັບໃຈ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າບັນດາວິສາຫະກິດ ແຖວໜ້າຂອງ ອາເມລິກາ ໃນການປະຕິບັດງານ ຢູ່ ຫວຽດນາມໃນຄັ້ງນີ້, ສອງປະເທດຈະບັນລຸໄດ້ບາດກ້າວພັດທະນາໃໝ່ໃນການພົວພັນຄູ່ຮ່ວມມືດ້ານການຄ້າ.
(ແຫຼ່ງຄັດຈາກ VOV)