ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ຢັ້ງຢືນວ່າໃນໄລຍະ 70 ປີຜ່ານມາ, ແພດໝໍລຸ້ນຕ່າງໆ ແລະ ທົ່ວຂະແໜງສາທາລະນະສຸກໄດ້ມານະພະຍາຍາມສູ້ຊົນ, ນັບມື້ນັບເຕີບໂຫຍ່ ແລະ ເຂັ້ມແຂງໃນທຸກດ້ານ. ຫວຽດນາມ ໄດ້ສ້າງເຄືອຂ່າຍການແພດຂັ້ນຮາກຖານປົກຄຸມທົ່ວປະເທດ, ມີຫຼາຍຜົນງານດ້ານການແພດຂອງ ຫວຽດນາມໄດ້ໝາຍເຂົ້າໃນແຜນທີ່ການແພດທົ່ວໂລກ ໂດຍເພື່ອນມິດ, ຄູ່ຮ່ວມງານສາກົນໄດ້ຕີລາຄາສູງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຍົກໃຫ້ເຫັນຢ່າງຈະແຈ້ງວ່າພັກ, ລັດ ຍາມໃດກໍ່ກຳນົດການຮັກສາເບິ່ງແຍງ ແລະຍົກສູງສຸຂະພາບຂອງປະຊາຊົນແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນ, ບຸລິມະສິດແຖວໜ້າ.
ຂະແໜງສາທາລະນະສຸກສືບຕໍ່ສຸມໃສ່ປະຕິບັດບັນດາແຜນນະໂຍບາຍ, ມະຕິຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບວຽກງານຮັກສາເບິ່ງແຍງ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ເປັນຢ່າງດີ. ຮັບປະກັນໃຫ້ປະຊາຊົນໝົດທຸກຄົນໄດ້ສຳຜັດກັບການບໍລິການທາງ ການແພດຢ່າງໃກ້ຊິດທີ່ສຸດ ດ້ວຍຄຸນນະພາບດີທີ່ສຸດ.
ໃນຂະນະນັ້ນ, ຕອນບ່າຍວັນທີ 26 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ລາງວັນຜົນງານທາງການແພດຫວຽດນາມ 2024 ໂດຍວິທະຍຸກະຈາຍສຽງປະຊາຊົນ ນະຄອນ ໂຮ່ຈີມິນ ສົມທົບກັບພະແນກສາທາລະນະສຸກ ນະຄອນໂຮ່ຈີມິນ ຈັດຂຶ້ນ ໄດ້ເຊີດຊູ20 ກິດຈະກຳການແພດ ອັດສະລິຍະ.
ແລະກໍ່ໃນຕອນເຊົ້າວັນທີ 27 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນແພດໝໍ ຫວຽດນາມ , ທ່ານປະທານສະພາແຫ່ງຊາດ ເຈ່ິນແທັງເໝິນ ໄດ້ຮຽກຮ້ອງໂຮງໝໍມິດຕະພາບ ສ້ອມແບ່ງ, ກໍ່ສ້າງໃໝ່ພື້ນຖານໂຄງລ່າງໃຫ້ໃຫຍ່ໂຕມະໂຫຖານເພື່ອຮັບໃຊ້ ປະຊາຊົນໃຫ້ດີກ່ວາອີກ.