• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງ 65 ​ປີ ແຫ່ງວັນ​ປະ​ທານ ໂຮ່​ຈີ​ມິນ ໄປ​ຢ້ຽມ​ຢາມ​ເຂດ​ພິ​ເສດ ໂກ​ໂຕ, ແຂວງ ກວາງ​ນິງ

ຕອນ​ເຊົ້າ​ວັນ​ທີ 9 ພຶດ​ສະ​ພາ, ຢູ່​ສະ​ໜາມຫຼວງເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ໃນ​ເກາະ ໂກ​ໂຕ (ແຂວງ ກວາງ​ນິງ), ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນເຂດພິ​ເສດ ໂກ​ໂຕ ທີ່​ຈັດ​ພິ​ທທີຊັກ​ທຸງ​ຊາດຂຶ້ນ​ເສົາ, ຖະຫ​ວາຍ​ທູບ​ທຽນ​ ເນື່ອງ​ໃນ​ໂອ​ກາ​ດ​ສະເຫຼີມ​ສະຫຼອງວັນ​ປະ​ທານ ໂຮ່​ຈີ​ມິນ ໄປ​ຢ້ຽມ​ຢາມ ໂກ​ໂຕ ຄົບ​ຮອບ 65 ປີ​ຂຶ້ນ​ຢ່າ​ງ​ສົມ​ກຽດ (ວັນ​ທີ 9 ພຶດ​ສະ​ພາ 1961 – 9 ພຶດ​ສະ​ພາ 2026).
  ພະ​ນັກ​ງານ, ນັກ​ຮົບ, ປະ​ຊາ​ຊົນ ແລະ ແຂກ​ແທ່ງ​ທ່ຽວ​ຖະຫ​ວາຍ​ທູບ​ທຽນ​ ເນື່ອງ​ໃນ​ໂອ​ກາ​ດ​ສະເຫຼີມ​ສະຫຼອງວັນ​ປະ​ທານ ໂຮ່​ຈີ​ມິນ ໄປ​ຢ້ຽມ​ຢາມ ໂກ​ໂຕ ຄົບ​ຮອບ 65 ປີ  

ການ​ເຄື່ອ​ນ​ໄຫວ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ​ຢູ່ 3 ເສົາ​ທຸກງ​ຊາດ ໃນ​ເກາະ ໂຕ​ໂຕ ໃຫຍ່, ເກາະ ແທັງ​ເລິນ ແລະ ເກາະ ເຈິ່ນ ຂຶ້ນ​ກັບ​ເຂດ​ພິ​ເສດ ໂຕ​ໂຕ, ແຂວງ ກວາງ​ນິງ. ໃນ​ບັນ​ຍາ​ກາດ​ທີ່​ເຄັ່ງ​ຂຶມ, ທຸງ​ແດງ​ດາວ​ເຫຼືອງ​ປິ່ວ​ສະ​ບັດ​ໃນ​ທ້ອງ​ຟ້າ​ຢັ້ງ​ຢືນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ເຈດ​ຈຳ​ນົງ​ອັນ​ສະ​ຫງ່າ​ອົງ​ອາດ ແລະ ຄວາມ​ຄາດ​ຫວັງ​ບືນ​ຕົວ​ຂຶ້ນ​ຢ່າງ​ແຮງ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ ໂກ​ໂຕ.

ເນື່ອງ​ໃນ​ໂອ​ກາດ​ນີ້, ເຂດ​ພິ​ເສດ ໂກ​ໂຕ ໄດ້​ຈັດ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ລະ​ດູ​ຮ້ອນ​ປີ 2026 ດ້ວຍຫຼາຍ​ກິດ​ຈະ​ກຳ​ທີ່​ເປັນ​ເອ​ກະ​ລັກ: ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ ໂກ​ໂຕ, ຕະຫຼາດ​ນັດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ພິ​ເສດ​ຂອງ​ທ້ອງ​ຖິ່ນ, ການ​ລະຫຼິ້ນ​ພື້ນ​ເມືອງ, ງານ​ບຸນ​ປ່ອຍວາວ​ພາຍ​ໃຕ້​ຫົວ​ຂໍ້ “ໂກ​ໂຕ - ບິນ​ຂຶ້ນ​ພ້ອມ​ກັບ​ທະ​ເລ​ສີ​ຂຽວ”. ພິ​ເສດ ແມ່ນ​ລາຍ​ການ​ທຳ​ຄວາມ​ສະ​ອາດ​ຫາດ​ຊາຍ​ທະ​ເລ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ທະ​ເລ​ສີ​ຂຽວ” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ, ນັກ​ຮົບ, ປະ​ຊາ​ຊົນ ພ້ອມ​ດ້ວຍ​ບັນ​ດ​າ​ຮາກ​ຖານ​ດຳ​ເນີນ​ທຸ​ລະ​ກິດ, ການ​ບໍ​ລິ​ການ ແລະ ທ່ອງ​ທ່ຽວເປັນ​ຈຳ​ນວນຫຼວງຫຼາຍ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນ​ຫຼວງ ປີ 2026 ເປີດ​ທາງ​ໃຫ້​ແກ່​ຮູບ​ແບບ​ການ​ພັດ​ທະ​ນາ​ໃໝ່​ຂອງ ຮ່າ​ໂນ້ຍ

ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ ປີ 2026 ໄດ້​ເປີດ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່, ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບ​ບໍ​ລິ​ຫານ​ຕົວ​ເມືອງ​ທັນ​ສະ​ໄໝ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ນະ​ຄອນຫຼວງ​ໃນ​ໄລ​ຍະ​ຍາວ.

Top