ວັນທີ 08 ພຶດສະພາ, ມີເຈົ້າໜ້າທີ່ປ້ອງກັນຊາດ, ນັກຮຽນຮູ້ ແລະ ຜູ້ຕາງໜ້າກວ່າ 120 ທ່ານທີ່ມາຈາກກວ່າ 40 ປະເທດ ພ້ອມດ້ວຍບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມກອງປະຊຸມຈັດກຽມເວທີປາໄສແຊງຊາງ ປັກກິ່ງ ແນໃສ່ປຶກສາຫາລືກ່ຽວກັບບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ, ກໍຄືໃນອະນາຄົດຂອງການບໍລິຫານທົ່ວໂລກ.
ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 (ພາບເອກະສານ: qdnd.vn)
ໃນຂອບເຂດກອງປະຊຸມທີ່ແກ່ຍາວແຕ່ວັນທີ 8 – 9 ພຶດສະພາ, ບັນດາຜູ້ແທນທີ່ມາຈາກ ບຣາຊິນ, ເຢຍລະມັນ, ຝລັ່ງ, ລັດເຊຍ ແລະ ຫຼາຍປະເທດອື່ນ ໄດ້ເຂົ້າຮ່ວມບັນດາວາລະປຶກສາຫາລືໂຕະມົນປິ່ນອ້ອມຫຼາຍຫົວຂໍ້ຄືຄວາມເປັນລະບຽບຮຽບຮ້ອຍສາກົນ ແລະ ອຳນາດກົດໝາຍ, ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ຫາກໍ່ພົ້ນເດັ່ນຂຶ້ນຢູ່ ອາຊີ - ປາຊີຟິກ, ຄວາມຮັບຜິດຊອບລວມສຳລັບຄວາມໝັ້ນຄົງທົ່ວໂລກ, ກໍຄືບັນດາຄວາມສ່ຽງ ແລະ ກົນໄກບໍລິຫານທີ່ກ່ຽວຂ້ອງເຖິງການໝູນໃຊ້ການທະຫານຂອງບັນດາເຕັກໂນໂລຢີຫາກໍ່ພົ້ນເດັ່ນຂຶ້ນ.
ກອງປະຊຸມປີນີ້ ສ້າງຂີດໝາຍສະເຫຼີມສະຫຼອງ 20 ປີແຫ່ງການສ້າງຕັ້ງເວທີປາໄສ ແຊງຊາງ ປັກກິ່ງ. ເນື່ອງໃນໂອກາດນີ້, ກອງປະຊຸມພິເສດຈະຖືກດຳເນີນໃນຂອບເຂດກອງປະຊຸມຈັດກຽມ, ເຕົ້າໂຮມບັນດານັກຊ່ຽວຊານດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງແຖວໜ້າໂລກ ແນໃສ່ຕີລາຄາບົດບາດຂອງເວທີປາໄສໃນການຊຸກຍູ້ການສົນທະນາ, ສ້າງຄວາມເຫັນດີເຫັນພ້ອມ ແລະ ຮັດແຄບຄວາມແຕກຕ່າງກັນລະຫວ່າງບັນດາຝ່າຍ.
(ແຫຼ່ງຄັດຈາກ VOV)