ເວທີປາໄສການລົງທຶນ ແລະ ການຄ້າ ອາຟະລິກາ ຄັ້ງທີ 12 (AFIC 12) ຖືກໄຂຂຶ້ນໃນວັນທີ 09 ພຶດສະພາຢູ່ນະຄອນຫຼວງ ອານເຊຣີ ດ້ວຍຫົວຂໍ້ “ພ້ອມກັນເປີດປະຕູຕະຫຼາດ”.
ທ່ານຮວ່າງດຶກທ້ວນ (ເບື້ອງຊ້າຍ) - ທູດການຄ້າ ຫວຽດນາມ ປະຈໍາ ອານເຊຣີ ເຂົ້າຮ່ວມເວທີປາໄສ (ພາບ: TTXVN)
ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 2.000 ຄົນ, ລວມມີບັນດາເຈົ້າໜ້າທີ່, ນັກຊ່ຽວຊານເສດຖະກິດ, ວິສາຫະກິດ, ອົງການການເງິນ ແລະ ພັດທະນາທີ່ມາຈາກ 43 ປະເທດ ອາຟະລິກາ ແລະ ຫຼາຍຄູ່ຮ່ວມມືສາກົນ, ໃນນັ້ນ ມີ ຫວຽດນາມ.
ໃນເຫດການທີ່ແກ່ຍາວ 2 ວັນນີ້, ມີຂໍ້ຕົກລົງຮ່ວມມືຫຼາຍສະບັບໃນບັນດາຂົງເຂດການລົງທຶນ, ການຄ້າ ແລະ ພັດທະນາເສດຖະກິດໄດ້ຮັບການລົງນາມ. AFIC 12 ແນໃສ່ເປົ້າໝາຍຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນຜະລິດ, ພັດທະນາການຄ້າພາຍໃນກຸ່ມ ອາຟະລິກາ ແລະ ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ການເຂົ້າເຖິງຕະຫຼາດ, ສອດຄ່ອງກັບທ່າອ່ຽງໃໝ່ຂອງພື້ນຖານເສດຖະກິດອາຟະລິກາ.
ຢູ່ນອກເວທີປາໄສ AFIC 12, ຄະນະຈັດຕັ້ງຍັງຈັດເຂດວາງສະແດງ, ແນະນຳຫຼາຍວິສາຫະກິດໃຫຍ່ ກໍຄືຜະລິດຕະພັນທີ່ພົ້ນເດັ່ນຂອງຫຼາຍປະເທດ ອາຟະລິກາ ແລະ ບັນດາຄູ່ຮ່ວມມືສາກົນ.
(ແຫຼ່ງຄັດຈາກ VOV)