ຂ່າວສານ
ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 136 ປີ: ຫັນຄວາມຄາດຫວັງພັດທະນາປະເທດຮຸ່ງເຮືອງເຂັ້ມແຂງໃຫ້ປະກົດຜົນເປັນຈິງ
ເນື່ອງໃນໂອກາດນີ້,ບັນດາໜັງສືພິມໃຫຍ່ຂອງ ຫວຽດນາມ ໄດ້ລົງຫຼາຍບົດຂຽນກ່ຽວກັບປະທານ ໂຮ່ຈີມິນ. ດ້ວຍຫົວຂໍ້: ແນວຄິດ ໂຮ່ຈີມິນ ເຍືອງທາງໃຫ້ແກ່ວິວັດທະການພັດທະນາປະເທດຊາດ, ໜັງສືພິມກອງທັບປະຊາຊົນ ໄດ້ລົງບົດຂຽນຂອງທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ. ບົດຂຽນໄດ້ເນັ້ນໜັກເຖິງຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ ແມ່ນສັນຍາລັກອັນສູງສົ່ງແຫ່ງນ້ຳໃຈຢຶດໝັ້ນ ແຕ່ຍາມໃດກໍປະດິດຄິດສ້າງ; ຮັກສາຫຼັກການ ແຕ່ບໍ່ແມ່ນຄຳພີ, ແຂງກະດ້າງ; ຍາມໃດກໍເລີ່ມມາຈາກພຶດຕິກຳຕົວຈິງ ແລະ ມຸ່ງໄປເຖິງຄວາມຜາສຸກຂອງປະຊາຊົນ. ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ຈະແມ່ນພື້ນຖານດ້ານແນວຄິດອັນໝັ້ນແກ່ນ, ແຫຼ່ງກຳລັງແຮງພາຍໃນ ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກ້າວເດີນຢ່າງໝັ້ນຄົງໃນສັງກາດໃໝ່ - ສັງກາດພັດທະນາຢ່າງຮຸ່ງເຮືອງ, ສິວິໄລ, ວັດທະນະຖາວອນ ແລະ ຮຸ່ງເຮືອງເຂັ້ມແຂງຕະຫຼອດໄປ.
ໃນວັນດຽວກັນ, ໜັງສືພິມປະຊາຊົນ ກໍໄດ້ລົງບົດຂຽນທີ່ມີຫົວຂໍ້: “ໝູນໃຊ້ແນວຄິດຂອງປະທານ ໂຮ່ຈີມິນ ໃນສັງກາດໃໝ່ຂອງຊາດ ຢ່າງມີຫົວຄິດປະດິດສ້າງ”, ໃນນັ້ນ ໄດ້ເນັ້ນໜັກວ່າຕະຫຼອດຊີວິດ ເພື່ອປະເທດຊາດ, ເພື່ອປະຊາຊົນ, ປະທານ ໂຮ່ຈີມິນ ໄດ້ປະໄວ້ ມໍລະດົກອັນລ້ຳຄ່າ, ແບບຢ່າງຄຸນສົມບັດອັນໃສແຈ້ງໃຫ້ພັກກອມມູນິດ ຫວຽດນາມ, ປະຊາຊົນ, ຄົນລຸ້ນນີ້ ແລະ ລຸ້ນຫຼັງ, ກາຍເປັນພື້ນຖານແນວຄິດ, ເຂັມຊີ້ທິດຂອງການປະຕິວັດ ຫວຽດນາມ ໃນທຸກໄລຍະປະຫວັດສາດ.







