ວັນທີ 29 ມັງກອນ, ບັນດາລັດຖະມົນຕີການຕ່າງປະເທດຂອງ ສະຫະພາບເອີຣົບ (EU) ບັນລຸໄດ້ຂໍ້ຕົກລົງການເມືອງທີ່ຕົກລົງເປັນເອກະພາບນຳກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ (IRGC) ເຂົ້າໃນບັນຊີລາຍຊື່ບັນດາອົງການກໍ່ການຮ້າຍຂອງກຸ່ມນີ້.
ໄປຄຽງຄູ່ເລື່ອງນຳກຳລັງທະຫານພິທັກປະຕິວັດ ອີຣານ ເຂົ້າ “ບັນຊີລາຍຊື່ດຳ” ແລ້ວ, ສະຫະພາບເອີຣົບ ຍັງປະກາດໃຊ້ບັນດາມາດຕະການຈຳກັດໃໝ່ເພີ່ມເຕີມ, ໃນນັ້ນ ມີຄຳສັ່ງອາຍັດຊັບສິນ ແລະ ຫ້າມເຂົ້າເມືອງ ສຳລັບເຈົ້າໜ້າທີ່ຂັ້ນສູງ 15 ທ່ານ ແລະ 6 ອົງການຈັດຕັ້ງຂອງ ອີຣານ.
ຂໍ້ຕົກລົງດັ່ງກ່າວໄດ້ຮັບຖືວ່າ ແມ່ນບາດລ້ຽວໃຫຍ່ໃນນະໂຍບາຍການຕ່າງປະເທດຂອງ EU ພາຍຫຼັງໂຕ້ຖຽງກັນພາຍໃນກຸ່ມເປັນເວລາຫຼາຍປີ.








