ວັນທີ 29 ມັງກອນ, ສະຫະພາບເອີຣົບ (EU) ໄດ້ປະກາດຍຸດທະສາດອົບພະຍົບໃໝ່ໃຫ້ແກ່ໄລຍະ 5 ປີ ຈະມາເຖິງ.
(ພາບປະກອບ: REUTERS/Stephanie Lecocq)
ຍຸດທະສາດໃໝ່ ໄດ້ເນັ້ນໜັກເຖິງຄວາມຈຳເປັນຍູ້ແຮງການເນລະເທດບຸກຄົນທີ່ຂໍລີ້ໄພໂດຍບໍ່ມີເງື່ອນໄຂຄົບຖ້ວນ, ຖືນີ້ແມ່ນໜຶ່ງໃນບັນດາວິທີການແກ້ໄຂບຸລິມະສິດຂອງກຸ່ມ. ໃນນັ້ນ, ຍຸດທະສາດນີ້ໄດ້ເຕື້ອງເຖິງເລື່ອງເພີ່ມທະວີການຮ່ວມມືກັບບັນດາປະເທດທີສາມ ເພື່ອແນໃສ່ສົມທົບກັນຄວບຄຸມກະແສຊາວອົບພະຍົບໄປຍັງ ເອີຣົບ, ພ້ອມທັງຊຸກຍູ້ບັນດາປະເທດນີ້ຮັບພົນລະເມືອງຜູ້ບໍ່ມີເງື່ອນໄຂຄົບຖ້ວນໃຫ້ພັກອາໄສຢູ່ ອີຢູ. ຫວ່າງມໍ່ໆມານີ້, EU ໄດ້ລົງນາມ ຫຼື ພວມເຈລະຈາບັນດາຂໍ້ຕົກລົງສະບັບຕ່າງໆກັບບາງປະເທດ ອາຟະລິກາ ເໜືອ ຄື: ຕຸຍນີຊີ, ໂມຣິຕານີ, ອີຢິບ ແລະ ມາຣົກ, ໃນນັ້ນ EU ໄດ້ຍົກອອກມາບັນດາການໜູນຊ່ວຍດ້ານການເງິນ ແລະ ການລົງທຶນເພື່ອແລກເອົາເລື່ອງ ບັນດາປະເທດນີ້ໃຫ້ການຮ່ວມມືກັບ EU ໃນການຄວບຄຸມກະແສຊາວອົບພະຍົບ.
ຍຸດທະສາດລະອຽດກ່ຽວກັບບັນຫາປະຕິຮູບລະບົບອົບພະຍົບນີ້ ຄາດວ່າ ຄະນະກຳມະການເອີຣົບ ຈະໄດ້ປະກາດໃນທ້າຍປີນີ້.
(ແຫຼ່ງຄັດຈາກ VOV)