ວັນທີ 29 ມັງກອນ, ກອງທັບເຮືອ ອາເມລິກາ ໃຫ້ຮູ້ວ່າ ໄດ້ຈັດສົ່ງກ່ຳປັ່ນສູ້ຮົບອີກໜຶ່ງລຳມຸ່ງໜ້າໄປຍັງ ຕາເວັນອອກກາງ, ອັນໄດ້ຍົກຈຳນວນກ່ຳປັ່ນຂອງ ອາເມລິກາ ໜ້າຢູ່ພາກພື້ນດັ່ງກ່າວ ຂຶ້ນເປັນ 06 ລຳ.
ກ່ຳປັ່ນເດີນບິນ USS Abraham Lincoln (ພາບເອກະສານ: Clint Davis/REUTERS)
ກ່ອນໜ້ານັ້ນ, ອາເມລິກາ ໄດ້ຈັດສົ່ງກຸ່ມກ່ຳລັງສູ້ຮົບກໍ່າປັ່ນເດີ່ນບິນ USS Abraham Lincoln, ພ້ອມດ້ວຍກ່ຳປັ່ນສູ້ຮົບ 3 ລຳທີ່ໄດ້ປະກອບລູກສອນໄຟຕິດປີກ Tomahawk ໄປຍັງ ຕາເວັນອອກກາງ. ການກະທຳດັ່ງກ່າວຂອງ ອາເມລິກາ ໄດ້ດຳເນີນໃນສະພາບການທີ່ປະເທດນີ້ພວມເພີ່ມທະວີກຳລັງທະຫານດ້ວຍຂອບຂະໜາດໃຫຍ່ເພື່ອແນໃສ່ສ້າງກຳລັງກົດດັນໃຫ້ແກ່ ອີຣານ.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອາເມລິກາ ໄດ້ສົ່ງ “ກອງເຮືອຮົບທີ່ຂະໜາດໃຫຍ່” ໂດຍ ອາເມລິກາ ບົ່ງຕົວໄປຍັງຕາເວັນອອກກາງ. ກຳລັງທະຫານນີ້ ຍັງໃຫຍ່ກວ່າກຳລັງທີ່ ອາເມລິກາ ໄດ້ຜັນຂະຫຍາຍໃນບັ້ນຮົບເລັ່ງໃສ່ ເວເນຊູເອລາ. ທ່ານ Trump ກໍໃຫ້ຮູ້ວ່າ ຖ້າການເຈລະຈານິວເຄຼຍລະຫວ່າງ ອາເມລິກາ ແລະ ອີຣານ ບໍ່ບັນລຸໄດ້ຂໍ້ຕົກລົງ, ອາເມລິກາ ອາດຈະບຸກໂຈມຕີ ອີຣານ.
ຕໍ່ໜ້າກຳລັງກົດດັນ ແລະ ນາບຂູ່ບຸກໂຈມຕີຈາກ ອາເມລິກາ ທີ່ນັບມື້ນັບເພີ່ມຂຶ້ນນັ້ນ, ກໍໃນວັນດຽວກັນ, ວົງການເຈົ້າໜ້າທີ່ ອີຣານ ໄດ້ສົ່ງສານແຂງກະດ້າງຢ່າງຕໍ່ເນື່ອງ ແລະ ຢັ້ງຢືນ ກຽມພ້ອມດຳເນີນການໂຕ້ຕອບຄືນຢ່າງແຂງແຮງ ຖ້າຖືກບຸກໂຈມຕີ.
(ແຫຼ່ງຄັດຈາກ VOV)