• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ມັດ​ຊາ​ໃຫຍ່ AIPA – 42: ພ້ອມ​ກັນ​ສູ້​ຊົນ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແຫ່ງວັດ​ທະ​ນາ​ຖາ​ວອນ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ

ທ່ານ ຫວູຫາຍຮ່າ ຫົວໜ້າກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງທີ 42 ຂອງ ສະມັດຊາໃຫຍ່ AIPA ໄດ້ປະສົບຜົນສຳເລັດໃນບາງເນື້ອໃນ: ຫົວຂໍ້ຂອງກອງປະຊຸມດຶງດູດໄດ້ຄວາມສົນໃຈ ຂອງ ບັນດາລັດຖະສະພາສະມາຊິກກໍ່ຄື ບັນດາລັດຖະສະພາ, ຜູ້ສັງເກດການ ແລະ ແຂກຖືກເຊີນ. 
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມພິທີອັດກອງປະຊຸມສະມັດຊາໃຫຍ່ AIPA - 42

ຕອນບ່າຍວັນທີ 25 ສິງຫາ, ກອງປະຊຸມສະມັດຊາໃຫຍ່ AIPA – 42 ດ້ວຍຫົວຂໍ້: “ພັດທະນາການພົວພັນຮ່ວມມືລັດຖະສະພາ ໃນຂົງເຂດດີຈີຕອນກວມລວມ ມຸ່ງໄປເຖິງປະຊາຄົມອາຊຽນ ປີ 2025” ແບບທາງໄກ ໄດ້ອັດລົງພາຍລັງການເຮັດວຽກມາເປັນເວລາ 3 ວັນ. ເມື່ອແບ່ງປັນກັບສື່ມວນຊົນກ່ຽວກັບໝາກຜົນຂອງກອງປະຊຸມສະມັດຊາໃຫຍ່, ທ່ານ ຫວູຫາຍຮ່າ ຫົວໜ້າກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງທີ 42 ຂອງ ສະມັດຊາໃຫຍ່ AIPA ໄດ້ປະສົບຜົນສຳເລັດໃນບາງເນື້ອໃນ: ຫົວຂໍ້ຂອງກອງປະຊຸມດຶງດູດໄດ້ຄວາມສົນໃຈ ຂອງ ບັນດາລັດຖະສະພາສະມາຊິກກໍ່ຄື ບັນດາລັດຖະສະພາ, ຜູ້ສັງເກດການ ແລະ ແຂກຖືກເຊີນ. ທຸກໆສະມາຊິກ ລ້ວນແຕ່ຢັ້ງຢືນວ່າ AIPA ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງກັບ ອາຊຽນ ໃນໄລຍະປະສົບກັບຄວາມຫຍຸ້ງຍາກນີ້ ເພື່ອພ້ອມກັນສ້າງປະຊາຄົມ ອາຊຽນ ແຫ່ງຄວາມສາມັກຄີ, ວັດທະນາຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ໃນປີ 2025 ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃນການສ້າງໂຄງປະກອບໃນພາກພື້ນ.

ເຂົ້າຮ່ວມ AIPA ຄັ້ງນີ້, ຫວຽດນາມ ມີບັນດາຂໍ້ສະເໜີ, ຂໍ້ສະເໜີແນະ ທີ່ມີລັກສະນະເປີດເຜີຍ, ກຳນົດທິດໃຫ້ແກ່ການເຄື່ອນໄຫວຂອງລັດຖະສະພາສະມາຊິກ ໃນພາກພື້ນ, ນັ້ນແມ່ນປະຕິບັດກອບນິຕິກຳ ກ່ຽວກັບການຫັນເປັນດີຈີຕອນກວມລວມ ມຸ່ງໄປເຖິງປະຊາຄົມອາຊຽນ ໃຫ້ສົມບູນແບບ, ລະດົມບັນດາຮູບແບບການລົງທຶນທີ່ເໝາະສົມ, ສົມທົບລະຫວ່າງພາກລັດ - ພາກເອກະຊົນ, ເພື່ອສ້າງໄດ້ພື້ນຖານໂຄງລ່າງດີຈີຕອນ ແລະ ພັດທະນາລະບົບນິເວດດີຈີຕອນ... ບັນດາຂໍ້ສະເໜີນີ້ຂອງ ຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກບັນດາປະເທດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top