• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ ຄົ້ນ​ຄ້​ວາ​ສື​ບ​ຕໍ່​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ໃຫ້​ສົມ​ບູນ​ແບບ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ຕ້ອງສືບຕໍ່ຍົກສູງປະສິດທິຜົນໃນການສົມທົບກັນລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 16 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ໄດ້ດຳເນີນກອງປະຊຸມກ່ຽວກັບວຽກງານຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໋ວັນຈຽນ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຖືສອງອົງການໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີການປ່ຽນແປງໃໝ່ຫຼາຍຢ່າງໃນການລວບລວມຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ທີ່ສົ່ງໄປຍັງ ກອງປະຊຸມຄັ້ງປະຖົມມະເລິກ ຂອງສະພາແຫ່ງຊາດຊຸດທີ XV ແລະ ປ່ຽນແປງໃໝ່ວຽກງານພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍການເລືອກຕັ້ງໃຫ້ແກ່ບັນດາຜູ້ສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ. ຍົກອອກຂໍ້ສະເໜີກ່ຽວກັບການປ່ຽນແປງໃໝ່ໃນວຽກງານພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດຊຸດທີ XV, ທ່ານ ໂດ໋ວັນຈຽນ ຖືວ່າ ບັນດາສະມາຊິກສະພາແຫ່ງຊາດຄວນດຳເນີນບັນດາການພົບປະສະເພາະກັບຜູ້ມີສິດເລືອກຕັ້ງ, ພົບປະຕາມຫົວເລື່ອງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ຕ້ອງສືບຕໍ່ຍົກສູງປະສິດທິຜົນໃນການສົມທົບກັນລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄົ້ນຄ້ວາໂດຍໄວ, ສືບຕໍ່ສ້າງກົດໝາຍວ່າດ້ວຍການເລືອກຕັ້ງໃຫ້ສົມບູບແບບເຊິ່ງເໝາະສົມກັບສະພາບການຕົວຈິງ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top