• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ສ້າງ​ຕັ້ງນະ​ຄອນ​ດົ່ງ​ນາຍ​ຂຶ້ນ​ກັບ​ສູນ​ກາງ ແລະ ເສດ​ຖະ​ກິດ​ສັງ​ຄົມ

ຕອນ​ບ່າຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ ປີ 2025 ແລະ ສະ​ພາບ​​ປະ​ຕິ​ບັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2026.
  ພາບ​ປະ​ກອບ: VOV  
ວັນ​ທີ 20 ເມ​ສາ, ຢູ່​ຮ່າ​ໂນ້ຍ ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ທີ 2​, ສະ​ພາ​ແຫ່​ງ​ຊາດ​ຊຸດ​ທີ XVI ເລີ່ມ​ເຮັດ​ວຽກ. ໃນ​ຕອນ​ເຊົ້າ, ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ຄຳ​ສະ​ເໜີ, ບົດ​ລາຍ​ງານ​ວ່າ​ດ້ວຍການ​ສືບ​ສວນ ແລະ ປຶກ​ສາ​ຫາ​ລືຢູ່​ຕາມ​ກຸ່ມ​ກ່ຽວ​ກັບ: ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ກົນ​ໄກ​, ນະ​ໂຍ​ບາຍ​ບຸກ​ທະ​ລຸ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຈຳ​ນວນ​ໜຶ່ງ, ການ​ສ້າງ​​ຕັ້ງນະ​ຄອນ​ດົ່ງ​ນາຍ​ຂຶ້ນ​ກັບ​ສູນ​ກາງ, ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ທົດ​ລອງ​ກົນ​ໄກ​ທະ​ນາຍ​ຄວາມ​ພາກ​ລັດ. ຕອນ​ບ່າຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ ປີ 2025 ແລະ ສະ​ພາບ​​ປະ​ຕິ​ບັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2026, ແຜ​ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ໄລ​ຍະ 2026 – 2030, ວຽກ​ງານ​ປະ​ຢັດ, ຕ້ານ​ການ​ຟູມ​ເຟືອຍ​ປີ 2025.

(ແຫຼ່ງຄັດຈາກ VOV)

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ອິນ​ໂດ​ເນ​ເຊຍ ເພີ່ມ​ຄ່າໃຊ້​ຈ່າຍ​​ນ້ຳ​ມັນ​ເຊື້ອ​ໄຟ​ທາງ​ການ​ບິນ​ຂຶ້ນ 50% ຂອງຄ່າ​ປີ້​ຍົນ

ລະ​ດັບ​ຄ່າ​​ໃຊ້​ຈ່​າຍໄດ້​ກຳ​ນົດ​ໂດຍອີງ​ຕາມ​ຄ່າ​ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ສະ​ເລ່ຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ຍົກ​ອອກ​ມາ.

Top