• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິຫຼັກ​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ເຂດ ກາ​ຊາ

ມະຕິຮຽກຮ້ອງບັນດາຝ່າຍ ຈົ່ງເຄົາລົບບັນດາພັນທະກົດໝາຍສາກົນ, ໃນນັ້ນ ມີກົດໝາຍວ່າດ້ວຍມະນຸດສະທຳສາກົນ;
(ພາບ: THX/TTXVN)

ວັນທີ 22 ທັນວາ, ຢູ່ ນິວຢອກ ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິຫຼັກກ່ຽວຂ້ອງເຖິງການປະທະກັນຢູ່ເຂດ ກາຊາ. ມະຕິດັ່ງກ່າວໂດຍ ສະຫະລັດ ອາຣັບ ເອມີເລດ (UAE) ເປັນປະເທດອຸປະຖຳ ໄດ້ຮັບການຮັບຮອງເອົາດ້ວຍ 13 ບັດເຫັນດີ ແລະ 2 ບັດຂາວຂອງ ອາເມລິກາ ແລະ ລັດເຊຍ.

ມະຕິຮຽກຮ້ອງບັນດາຝ່າຍ ຈົ່ງເຄົາລົບບັນດາພັນທະກົດໝາຍສາກົນ, ໃນນັ້ນ ມີກົດໝາຍວ່າດ້ວຍມະນຸດສະທຳສາກົນ;ເພີ່ມທະວີສະໜອງການຊ່ວຍເຫຼືອມະນຸດສະທຳດ່ວນ, ປອດໄພ ແລະ ບໍ່ຖືກກີດຂວາງໂດຍກົງ ໃຫ້ແກ່ສາມັນຊົນ ປາແລັດສະຕິນ ຢູ່ເຂດ ກາຊາ; ປ່ອຍຕົວບັນດາຕົວປະກັນໂດຍທັນທີ ແລະ ບໍ່ມີເງື່ອນໄຂ; ສ້າງກົນໄກຂອງ ສປຊ ໂດຍໄວ ເພື່ອຍູ້ໄວບັນດາຖ້ຽວລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປຍັງເຂດ ກາຊາ ຜ່ານບັນດາປະເທດບໍ່ເຂົ້າຮ່ວມການປະທະກັນ; ພ້ອມທັງຮັບປະກັນວ່າ ສິນຄ້າຊ່ວຍເຫຼືອມະນຸດສະທຳຈະໄດ້ໄປເຖິງ ປຊຊ ຢູ່ເຂດນີ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ວ່າ EU ຈະ​ສືບ​ຕໍ່​ແມ່ນ​ຕະຫຼາດຫຼັກ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຍົກ​ລະ​ດັບ​ການ​ຄ້າ, ການ​ຮ່ວມ​ມື​ເຊື່ອມ​ຕໍ່, ສ້າງ​ຄວາມ​ສ​າ​ມາດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຮອບ​ດ້ານ.

Top