• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ​ພາຍ​ໃນ​ປະ​ເທດ ແລະ ໂລກ

ຕອນເຊົ້າວັນທີ 22 ກັນຍາ, (ນັບແຕ່ເວລາ 18 ໂມງຂອງວັນທີ 21 ກັນຍາ ຫາ ເວລາ 6 ໂມງຂອງວັນທີ 22 ກັນຍາ), ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່.

ອັງກິດ ເພີ່ມທະວີບັນດາມາດຕະການຮັບມື ກັບໂລກລະບາດ Covid – 19 (ພາບ: hanoimoi.com.vn)

ນີ້ແມ່ນ ມື້ທີ 20 ຢ່າງລຽນຕິດແລ້ວທີ່ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ. ຫວຽດນາມ ຢັ້ງຢືນຍັງຄົງມີຜູ້ຕິດເຊື້ອພະຍາດ Covid - 19 1.068 ຄົນ. ປັດຈຸບັນ, ຫວຽດນາມ ໄດ້ປິ່ນປົວ ໃຫ້ແກ່ ຜູ້ຕິດເຊື້ອຫາຍດີ 947 ຄົນ ແລະ ມີ ຜູ້ເສຍຊີວິດ 35 ຄົນ.

        ແລະໃນເຫດການທີ່ກ່ຽວຂ້ອງ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 22 ກັນຍາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ເກືອບ 31,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 968.865 ຄົນ.

        ອິນເດຍສືບຕໍ່ຢັ້ງຢືນຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກສູງທີ່ສຸດໃນໂລກດ້ວຍຜູ້ຕິດເຊື້ອພະຍາດເກືອບ 74.500 ຄົນ, ປັດຈຸບັນ ອາເມລິກາ ຍັງຄົງແມ່ນປະເທດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດຫຼາຍກ່ວາ 7 ລ້ານຄົນ ແລະ ຜູ້ເສຍຊີວິດ 204.467 ຄົນ. ຢູ່ອາຊີ, ໂລກລະບາດສືບຕໍ່ແຜ່ລະບາດຢູ່ສະຖານທີ່ຮ້ອນເຮັ່ງ 2 ແຫ່ງນັ້ນແມ່ນ ອິນໂດເນເຊີຍ ແລະ ຟີລິບປິນ. ຢູ່ເອີລົບ, ໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນ, ເຮັດໃຫ້ຫຼາຍປະເທດຕ້ອງເພີ່ມທະວີບັນດາມາດຕະການຮັບມືຄື: ອັງກິດ, ຝລັ່ງ, ແອັດສະປາຍ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top