• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 75 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 905.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ woldometer.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ກ່ວາ 3,4 ລ້ານຄົນ, ດັ່ງນັ້ນ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 29 ມັງກອນ, ໂລກມີຜູ້ຕິດເຊື້ອສະສົມຂຶ້ນເຖິງ, ກ່ວາ 370 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,66 ລ້ານຄົນ.

ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 75 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 905.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນສະພາບການໂລກລະບາດໂຄວິດ - 19 ຍັງກໍ່ຜົນສະທ້ອນຢ່າງຮ້າຍແຮງຕໍ່ທຸກດ້ານໃນການດຳລົງຊີວິດ, ເຊື້ອໄວຣັດສາຍພັນ Omicron ພວມສືບຕໍ່ທຳລາຍສະຖິຕິກ່ຽວກັບວິທະຍາສາດ. ຫວ່າງມໍ່ໆມານີ້, ມີນັກວິທະຍາສາດຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຊື້ອໄວຣັດສາຍພັນ Omicron ສາມາດແຜ່ລະບາດໄວທີ່ສຸດ ຫຼືເປັນຮອງ ເຊິ່ງມະນຸດຕ້ອງປະເຊີນໜ້າ, ໂດຍອີງຕາມບັນດາມາດຖານ. ຖ້າພິຈາລະນາກ່ຽວກັບຄວາມໄວໃນການແຜ່ລະບາດໃນທົ່ວໂລກແລ້ວ, ເຊື້ອໄວຣັດສາຍພັນ Omicron ແຜ່ລະບາດໄວກ່ວາໝູ່.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 28 ມັງກອນ ຫາວັນທີ 29 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 15.150 ຄົນ, ດັ່ງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ  2.233.287 ຄົນ, ໃນນັ້ນມີ 1.962.597 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top