• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດນາມ ແລະ ໃນໂລກ

ຢູ່ອາຊີ, ໃນວັນທີ 7 ມີນາ, ກະຊວງສາທາລະນະສຸກຂອງ ບຣຸໄນ ໄດ້ປະກາດຍົກເລີກບັນດາມາດຕະການແຍກຫ່າງສັງຄົມ ແລະ ປະຕິບັດ ໄລຍະ ເປັນປົກກະຕິໃໝ່ ໃຫ້ແກ່ບັນດາການເຄື່ອນໄຫວສຳຄັນຂອງສັງຄົມ, ຜ່ານນັ້ນ ອະນຸຍາດໃຫ້ເຕົ້າໂຮມຫຼາຍຄົນ, ນັບແຕ່ວັນທີ 8 ມີນາເປັນຕົ້ນໄປ. 
 ພາບ: AFP/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 7 ມີນາ (ຕາມເວລາ ຫວຽດນາມ), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 11.067.177 ຄົນ, ໃນນັ້ນມີ 2.599.177 ຄົນເສຍຊີວິດ.

ຢູ່ອາຊີ, ໃນວັນທີ 7 ມີນາ, ກະຊວງສາທາລະນະສຸກຂອງ ບຣຸໄນ ໄດ້ປະກາດຍົກເລີກບັນດາມາດຕະການແຍກຫ່າງສັງຄົມ ແລະ ປະຕິບັດ ໄລຍະ ເປັນປົກກະຕິໃໝ່ ໃຫ້ແກ່ບັນດາການເຄື່ອນໄຫວສຳຄັນຂອງສັງຄົມ, ຜ່ານນັ້ນ ອະນຸຍາດໃຫ້ເຕົ້າໂຮມຫຼາຍຄົນ, ນັບແຕ່ວັນທີ 8 ມີນາເປັນຕົ້ນໄປ.      

ຢູ່ອາຟຼິກກາ, ທ່ານປະທານາທິບໍດີ ນີເຊເຣຍ Muhammadu Buhari ແລະ ທ່ານຮອງປະທານາທິບໍດີ Yemi Osinbajo ໄດ້ສັກວັກຊິນກັນໂຄວິດ - 19 ເຂັມທຳອິດ. ໃນສື່ສັງຄົມອອນລາຍ Tweet, ທ່ານປະທານາທິບໍດີ Buhari ໄດ້ຮຽກຮ້ອງໃຫ້ຊາວ ນີເຊເຣຍ ຈົ່ງເຂົ້າຮ່ວມການສັກວັກຊິນ ແລະ ປ້ອງກັນຕົນເອງຕໍ່ໜ້າໂລກລະບາດໂຄວິດ - 19.

ສ່ວນຢູ່ຫວຽດນາມ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 6 ມີນາຫາ 6 ໂມງຂອງວັນທີ 7 ມີນາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 2 ຄົນ, ທັງສອງແມ່ນຜູ້ເຂົ້າມາຫວຽດນາມ ແລະ ໄດ້ຮັບການແຍກຕົວໃນທັນທີ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2509 ຄົນ, ໃນນັ້ນມີ 1920 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top