• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 11 ມັງກອນ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ ກ່ວາ 90ລ້ານ 6 ແສນຄົນ ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 1ລ້ານ 9 ແສນຄົນ.
ການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ໂຮງໝໍ ຢູ່ Aachen ປະເທດເຢຍລະມັນ. (ພາບ: AFP/TTXVN)

ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 22ລ້ານ 9ແສນຄົນ ແລະ ຜູ້ເສຍຊີວິດແມ່ນ 382.242 ຄົນ. ຖັດຈາກອາເມລິກາແມ່ນ ອິນເດຍ, ບຣາຊິນ, ລັດເຊຍ ແລະ ອັງກິດ.

        ໃນຂະນະນັ້ນ, ວັນທີ 10 ມັງກອນ ຍີ່ປຸ່ນຫາກໍ່ປະກາດວ່າ ໄດ້ກວດພົບເຊື້ອໄວຣັດສາຍພັນໃໝ່ຂອງ ໄວຣັດ SARS-CoV-2 ເຊິ່ງມີໂຄງປະກອບທີ່ແຕກຕ່າງກັນກັບສາຍພັນທີ່ໄດ້ກວດພົບຜູ້ອັງກິດ ແລະ ອາບຟຼິກກາໃຕ້. ສະຖາບັນຄົ້ນຄ້ວາ ພະຍາດຕິດແພດແຫ່ງຊາດ ຍີ່ປຸ່ນ ໄດ້ລາຍງານບັນດາກໍລະນີດັ່ງກ່າວຂຶ້ນເຖິງອົງການອະນາໄມໂລກ (WHO).

ການປຶກສາຫາລືຂັ້ນນັກຊ່ຽວຊານຄັ້ງທຳອິດ ຂອງອົງການ WHO ກ່ຽວກັບການອະນຸຍາດໃຫ້ນຳໃຊ້ວັກຊິນ COVID-19 Sputnik V ໂດຍລັດເຊຍຜະລິດໃນກໍລະນີສຸກເສີນເຊິ່ງຈະດຳເນີນໃນວັນທີ 20 ມັງກອນ. ມາຮອດປັດຈຸບັນ, ທົ່ວໂລກມີ ຜູ້ໄດ້ຮັບການສັກວັກຊິກກັນພະຍາດໂຄວິດ - 19 Sputnik V ກ່ວາ 1,5 ລ້ານຄົນ. ລັດເຊຍແມ່ນປະເທດທຳອິດໃນທົ່ວໂລກໄດ້ຈົດທະບຽນວັກຊິນກັນພະຍາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top