• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖາ​ບັນ​ກ​ະ​ສິ​ກຳ ຫວຽດ​ນາມ: ນຳ​ພູ​ມ​ປັນ​ຍາ ຈາກ​ໂຮງ​ຮຽນ​ໄປ​ສູ່ ທົ່ງ​ນາ

ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດນາມ ຕ້ອງ​ນຳພູມ​ປັນ​ຍາ ຈາກ​ໂຮງ​ຮຽນ ໄປ​ສູ່ ທົ່ງ​ນາ; ນຳ​ເຕັກ​ໂນ​ໂລ​ຢີ​ຈາກ​ຫ້ອງ​ທົດ​ລອງ ເຂົ້າ​ການ​ຜະ​ລິດ; ນຳ​ໝາກ​ຜົນ​ຂອງ​ການ​ຄົ້ນ​ຄ້​ວາ ເຂົ້າ​ວິ​ສາ​ຫະ​ກິດ; ນຳ​ຄຸນ​ຄ່າ​ວິ​ທະ​ຍາ​ສາດ ໄປ​ສູ່ ປະ​ຊາ​ຊົນ, ນຳ​ບັນ​ດາ​ບັນ​ຫາ​ໃນ​ການ​ຜະ​ລິດ​ຕົວ​ຈິງ ກັບ​ຄືນ​ສູ່​ໂຮງ​ຮຽນ ແລະ ຫ້ອງ​ທົດ​ລອງ​ເພື່ອ​ຄົ້ນ​ຄ້​ວາ, ແກ້​ໄຂ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ປະ​ດັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ ໃຫ້​ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ (ພາບ: VNA)

ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດນາມ ຕ້ອງ​ນຳພູມ​ປັນ​ຍາ ຈາກ​ໂຮງ​ຮຽນ ໄປ​ສູ່ ທົ່ງ​ນາ; ນຳ​ເຕັກ​ໂນ​ໂລ​ຢີ​ຈາກ​ຫ້ອງ​ທົດ​ລອງ ເຂົ້າ​ການ​ຜະ​ລິດ; ນຳ​ໝາກ​ຜົນ​ຂອງ​ການ​ຄົ້ນ​ຄ້​ວາ ເຂົ້າ​ວິ​ສາ​ຫະ​ກິດ; ນຳ​ຄຸນ​ຄ່າ​ວິ​ທະ​ຍາ​ສາດ ໄປ​ສູ່ ປະ​ຊາ​ຊົນ, ນຳ​ບັນ​ດາ​ບັນ​ຫາ​ໃນ​ການ​ຜະ​ລິດ​ຕົວ​ຈິງ ກັບ​ຄືນ​ສູ່​ໂຮງ​ຮຽນ ແລະ ຫ້ອງ​ທົດ​ລອງ​ເພື່ອ​ຄົ້ນ​ຄ້​ວາ, ແກ້​ໄຂ. ນັ້ນ​ແມ່ນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີແຫ່ງວັນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ (12/10/1956 - 12/10/2026) ແລະ ຕ້ອນ​ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ຕຸ​ລາ, ຢູ່​ຮ່າ​ໂນ້ຍ.

ໂດຍ​ຕາງ​ໜ້າ​ການ​ນຳ​ພັກ, ລັດ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເນັ້ນ​ໜັກ​ວ່າ ບັນ​ດາ​ມະ​ຕິ​ຂອງ ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​, ກົມ​ການ​ເມືອງ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ແລະ ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ການ​ສຶກ​ສາ, ບຳ​ລຸງ​ສ້າງ​ເປີດ​ສະ​ຖານ​ທີ່​ພັດ​ທະ​ນາ​ທີ່​ຍິ່ງ​ໃຫຍ່​ໃຫ້​ແກ່​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ ​ມະ​ຫາ​ວິ​ທະ​ຍາ​ໄລ. ສະ​ຖາ​ບັນ​ຕ້ອງ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ນັ້ນ​ກາຍ​ເປັນ​ບັນ​ດາ​ໂຄງ​ການ​ກະ​ທຳ​ລະ​ອຽດ, ບັນ​ດາ​ຜະ​ລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ລະ​ອຽດ ແລະ ຄຸນ​ຄ່າ​ລະ​ອຽດ​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ໃຫ້​ຮູ້​ວ່າ:

ສະ​ຖານ​ບັນ​ກະ​ສິ​ກຳ ຫວຽດ​ນາມ ຕ້ອງ​ມີ​ການ​ປ່ຽນ​ແປງ​ໃໝ່​ຢ່າງແ​ຮງ​ໂຄງ​ການ​ບຳ​ລຸງ​ສ້າງ, ຕ້ອງ​ສຶກ​ສາ, ບຳ​ລຸງ​ສ້າງ ພົນ​ລະ​ເມືອງ​ທົ່ວ​ໂລກ ຂອງ​ພື້ນ​ຖ​ານ​ກະ​ສິ​ກຳ ຫວຽດນາມ ທີ່​ທັນ​ສະ​ໄໝ. ຫັນ​ປ່ຽນ​ຈາກ​ການ​ບຳ​ລຸງ​ສ້າງ​ສິ່ງ​ທີ່​ໂຮງ​ຮຽນ​ມີ ໄປ​ສູ່​ການ​ບຳ​ລຸງ​ສ້າງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ສັງ​ຄົມ, ວິ​ສາ​ຫະ​ກິດ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top