• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖານ​ທູດ ຫວຽດ​ນາມປະ​ຈຳ​ລາວ ປະ​ກາດ​ກ່ຽວ​ກັບ​ການ​ເຂົ້າ​ເມືອງ ຫວຽດ​ນາມ

ຖະແຫຼງການໄດ້ຊີ້ແຈ້ງວ່າ ຢຸດຕິຊົ່ວຄາວການເຂົ້າເມືອງສຳລັບຊາວຕ່າງປະເທດທີ່ມາຈາກ 4 ປະເທດລວມມີ: ອິນເດຍ, ໄທ, ກຳປູເຈຍ ແລະ ລາວ ຊຶ່ງພວມມີການແຜ່ລະບາດຢ່າງແຮງຈາກໂລກລະບາດໂຄວິດ - 19 ຫຼືຜູ້ທີ່ໄດ້ພັກອາໄສ/ໄປຜ່ານບັນດາປະເທດນີ້ ພາຍໃນເວລາ 21 ວັນກ່ອນທີ່ຈະເຂົ້າ ຫວຽດນາມ, ຍົກເວັ້ນກໍລະນີມີຄວາມຈຳເປັນພິເສດ.
ພະນັກງານປ້ອມປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ລາວບາວ ປະຕິບັດລະບຽບການບໍລິຫານໃຫ້ແກ່ພົນລະເມືອງເຂົ້າເມືອງຈາກລາວ (ພາບ: TTXVN)

ວັນທີ 31 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ລາວໄດ້ອອກຖະແຫຼງການກ່ຽວກັບເລື່ອງເຂົ້າ ຫວຽດນາມ. ຖະແຫຼງການໄດ້ຊີ້ແຈ້ງວ່າ ຢຸດຕິຊົ່ວຄາວການເຂົ້າເມືອງສຳລັບຊາວຕ່າງປະເທດທີ່ມາຈາກ 4 ປະເທດລວມມີ: ອິນເດຍ, ໄທ, ກຳປູເຈຍ ແລະ ລາວ ຊຶ່ງພວມມີການແຜ່ລະບາດຢ່າງແຮງຈາກໂລກລະບາດໂຄວິດ - 19 ຫຼືຜູ້ທີ່ໄດ້ພັກອາໄສ/ໄປຜ່ານບັນດາປະເທດນີ້ ພາຍໃນເວລາ 21 ວັນກ່ອນທີ່ຈະເຂົ້າ ຫວຽດນາມ, ຍົກເວັ້ນກໍລະນີມີຄວາມຈຳເປັນພິເສດ.

ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນພາຍໃນປະເທດ,ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສະເໜີໃຫ້ພໍ່ແມ່ປະຊາຊົນ ບໍ່ຄວນກັບຄືນປະເທດເທື່ອ, ຕ້ອງເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກ່ວາອີກ, ປະຕິບັດບັນດາຂໍ້ກຳນົດຂອງລາວ ໃຫ້ເປັນຢ່າງດີ, ບໍ່ອອກຈາກບ່ອນພັກອາໄສ,ຍົກເວັ້ນກໍລະນີທີ່ຈຳເປັນຮີບເຮັ່ງ.

ສຳລັບກໍລະນີທີ່ມີຄວາມຕ້ອງການກັບຄືນປະເທດ ຍ້ອນມີເຫດຜົນພິເສດ, ຕ້ອງລົງທະບຽນນຳສະຖານທູດ ແລະ ບັນດາສະຖານກົງສູນໃຫຍ່ຫວຽດນາມ ປະຈຳລາວ ເພື່ອແລກປ່ຽນກັບບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບພາຍໃນປະເທດ, ສັບຊ້ອນບ່ອນແຍກຕົວເມື່ອເຂົ້າຫວຽດນາມ ໃຫ້ເໝາະສົມກັບຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ສຳລັບບັນດາກໍລະນີທີ່ບໍ່ປະຕິບັດຕາມຂໍ້ກຳນົດກ່ຽວກັບການເຂົ້າ - ອອກເມືອງ, ຂ້າມຊາຍແດນ ຫຼືຈັດຕັ້ງການຂ້າມຊາຍແດນແບບຜິດກົດໝາຍ ຈະຖືກປັບໄໝຢ່າງເຂັ້ມງວດຕາມກົດໝາຍ.

(ແຫຼ່ງຄັດຈາກ VOV)

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ລັດຖະບານໄດ້ເຫັນດີເປັນເອກະພາບເລືອກເອົາແຜນການເຕີບໂຕສູງທີ່ສຸດໃນປີນີ້ ແມ່ນການເຕີບໂຕເສດຖະກິດທົ່ວປີ ບັນລຸລະດັບປະມານ 6%, ໄຕມາດທີ IV ຕ້ອງເພີ່ມຂຶ້ນ 10,6% ເພື່ອສືບຕໍ່ສຸຊົນບັນລຸໄດ້ໝາກຜົນສູງທີ່ສຸດທີ່ສາມາດບັນລຸໄດ້ໃນທົ່ວປີ.

Top