• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ ຢູ່ ລາວ ແລະ ລັດເຊຍ

ຄະນະແມ່ຍິງສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດງານປະກວດ “ຄວາມງາມຂອງຊຸດເສື້ອຍາວຫວຽດນາມ ຢູ່ລາວ” ຄັ້ງທີ 1.


(ສະຫະພັນແມ່ຍິຫວຽດນາມ ປະຈຳມົດສະກູ ຈັດລາຍການຮ້ອງລຳທຳເພງພິເສດຂຶ້ນ

ດ້ວຍຫົວຂໍ້ວ່າ “ແມ່ຍິງ - ລະດູໃບໄມ້ຫຼົ່ນລັດເຊຍ")


ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ (20 ຕຸລາ 1930 – 20 ຕຸລາ 2019), ຕອນຄ່ຳວັນທີ 19 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຄະນະແມ່ຍິງສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດງານປະກວດ “ຄວາມງາມຂອງຊຸດເສື້ອຍາວຫວຽດນາມ ຢູ່ລາວ” ຄັ້ງທີ 1. ນີ້ແມ່ນການເຄື່ອນໄຫວທີ່ເປັນປະໂຫຍດສຳລັບປະຊາຄົມຊາວຫວຽດນາມ ເວົ້າສະເພາະ ແລະ ປະຊາຊົນທຸກຄົນທີ່ພວມເຮັດວຽກ, ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ເວົ້າລວມ; ພ້ອມທັງຕັກເຕືອນໃຫ້ທຸກຄົນຄິດເຖິງຂີດໝາຍປະຫວັດສາດຂອງແມ່ຍິງຫວຽດນາມ ທີ່ຄວນໄດ້ຮັບການເຊີດຊູ. ຄະນະຈັດຕັ້ງໄດ້ເລືອກເອົາຜູ້ເຂົ້າຮ່ວມງານປະກວດ 55 ໃນຈຳນວນ 100 ຄົນໃນ 2 ເກນອາຍຸແມ່ນ 18 – 32 ປີ ແລະ ແຕ່ 33 – 52 ປີ ເຂົ້າຮ່ວມງານປະກວດໃນຄ່ຳຄືນວັນທີ 19 ຕຸລາ.

        ທີ່ງານປະກວດຄະນະຈັດຕັ້ງໄດ້ມອບລາງວັນໃຫ້ 2 ເກນອາຍຸລວມມີ: ລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 2 ລາງວັນ, ລາງວັນທີສາມ 2 ລາງວັນ ແລະ ລາງວັນຊົມເຊີຍ.

        ແລະກໍ່ໃນຕອນຄ່ຳວັນທີ 19 ຕຸລາ, ຢູ່ມົດສະກູ, ສະຫະພັນລັດເຊຍ, ສະຫະພັນແມ່ຍິຫວຽດນາມ ປະຈຳມົດສະກູ ກໍ່ໄດ້ຈັດລາຍການຮ້ອງລຳທຳເພງພິເສດຂຶ້ນດ້ວຍຫົວຂໍ້ວ່າ “ແມ່ຍິງ - ລະດູໃບໄມ້ຫຼົ່ນລັດເຊຍ” ເຊັ່ນດຽວກັນ.

 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top