• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2021)

      ລຸງ ບຸນຄົງ ພັນເອກ, ນັກຮົບເກົ່າ ລາວ ຢູ່ແຂວງ ວຽງຈັນ ໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2021). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດານັກຮົບກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດານັກຮົບເກົ່າທະຫານອາສາສະໝັກ ຫວຽດນາມ ເວົ້າສະເພາະ, ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກກັບການນຳກອງບັນຊາການທະຫານ ແຂວງ ກ໋ວາງບິ່ງ (ພາບ: baochinhphu.vn)
      ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 339 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 34 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວກໍ່ຄືທ່ານຜູ້ຟັງ ຫວຽດນາມ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບການພົວພັນແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.
ລຸງ ບຸນຄົງ ພັນເອກ, ນັກຮົບເກົ່າ ລາວ ຢູ່ແຂວງ ວຽງຈັນ ໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2021). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດານັກຮົບກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດານັກຮົບເກົ່າທະຫານອາສາສະໝັກ ຫວຽດນາມ ເວົ້າສະເພາະ, ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາ. ບັນດານັກຮົບປະເທດ ລາວ ກໍ່ຄືປະຊາຊົນ ລາວ ບັນດາເຜົ່າຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫລ່, ກໍ່ຄືສະໜັບສະໜູນ, ຊ່ວຍເຫຼືອກອງທັບ ແລະ ປະຊາຊົນ ລາວ ໃນຊຸມເດືອນປີສົງຄາມຢ່າງດຸເດືອດ. ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນການສຶກສາໂຄສະນາ ເພື່ອໃຫ້ຄົນລຸ້ນຫລັງມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງຕະຫລອດໄປ.
ເພື່ອນ ໜູເພັດ ຢູ່ແຂວງສະຫວັນນະເຂດໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ອາທິດຜ່ານມາ, ເມືອຕິດຕາມຂ່າວຂ້າພະເຈົ້າຮູ້ວ່າ ຢູ່ແຂວງກວາງຈິ້ ໄດ້ຈັດກອງປະຊຸມສະຫຼຸບ 3 ປີແຫ່ງການປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືປ້ອງກັນຊາຍແດນລະຫວ່າງກອງບັນຊາການທະຫານປ້ອງກັນຊາດແດນ - ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມທະຫານປ້ອງກັນຊາຍແດນ - ກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ. ຫວັງວ່າບັນນາທິການລາຍການຈະສະໜອງຂໍ້ມູນກ່ຽວກັບກອງປະຊຸມດັ່ງກ່າວໃຫ້ແກ່ຂ້າພະເຈົ້າຮັບຮູ້ຕື່ມອີກແດ່. ຂໍຂອບໃຈ
ເພື່ອນ ໜູເພັດທີ່ຮັກແພງ! ໃນອາທິດຜ່ານມາ, ຢູ່ເມືອງເຮືອງຮວາ, ແຂວງກ໋ວາງຈິ ໄດ້ດຳເນີນກອງປະຊຸມສະຫຼຸບ 3 ປີແຫ່ງການປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມື ປ້ອງກັນຊາຍແດນ ລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມທະຫານປ້ອງກັນຊາຍແດນ ກົມໃຫຍ່ເສນາທິການໃຫຍ່ກອງທັບປະຊາຊົນ ລາວ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຜົນການຮ່ວມມື, ຜັນຂະຫຍາຍປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືປ້ອງກັນຊາຍແດນ ລະຫວ່າງ ກຳລັງທະຫານປ້ອງກັນຊາຍແດນສອງປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ເຂດຊາຍແດນຂອງແຕ່ລະປະເທດເວົ້າສະເພາະ, ພ້ອມທັງປະກອບສ່ວນເຂົ້າການພັດທະນາເສດຖະກິດສັງຄົມສອງປະເທດເວົ້າລວມ, ປັບປຸງ ແລະ ຮັດແໜ້ນການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ຫວຽດນາມ - ລາວກ່ວາອີກ.
ສ່ວນທ່ານພົນຕີ ວົງຄຳ ພົມມະກອມ ໄດ້ເນັ້ນໜັກວ່າ ດ້ວຍຈິດໃຈຄວາມຮັບຜິດຊອບ, ກຳລັງທະຫານປ້ອງກັນຊາຍແດນລາວ ແລະ ຫວຽດນາມ ໄດ້ຕັ້ງໜ້າສົມທົບກັນ ແລະ ຮ່ຽງບ່າຮ່ຽງໄຫລ່ ໃນການປະຕິບັດໜ້າທີ່. ເມື່ອເກີດບັນຫາຢູ່ເຂດຊາຍແດນ, ສອງຝ່າຍມີຄວາມເຫັນດີເປັນເອກະພາບຢູ່ລະດັບສູງ, ແກ້ໄຂຢ່າງທັນການບົນຈິດໃຈສາມັກຄີ, ຮ່ວມແຮງຮ່ວມໃຈຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ ສົມທົບກັບການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນເຮັດໃຫ້ການພົວພັນສາມັກຄີແບບພິເສດ ເລິກເຊິ່ງກ່ວາອີກ ເພື່ອພ້ອມກັນປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ຂອງແຕ່ລະປະເທດ.
ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນຄວາມໝັ້ນຄົງ, ສ້າງເສັ້ນຊາຍແດນຫວຽດນາມ - ລາວໃຫ້ມີສະຖຽນລະພາບ, ສັນຕິພາບ ແລະ ພັດທະນາ, ເພີ່ມທະວີຈັດຕັ້ງການລາດຕະເວນຮ່ວມ, ແລກປ່ຽນບົດຮຽນ, ປະສົບການ ໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ, ການປ້ອງກັນ, ຕ້ານອາດຊະຍາກຳ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ກໍ່ສ້າງກຳລັງທະຫານປ້ອງກັນຊາຍແດນສອງປະເທດ.
ເພື່ອນອາມິນຕາຢູ່ແຂວງສາລະວັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ facebook ດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບກອງປະຊຸມສຳມະນາຍົກສູງຄຸນນະພາບການບຳລຸງສ້າງ ແລະ ຄຸ້ມຄອງນັກສຶກສາລາວ ຢູ່ແຂວງ ທ໊າຍງວຽນ ຄັ້ງທີ II  - 2021 ທີ່ໄດ້ດຳເນີນໃນອາທິດຜ່ານມາ.
ເພື່ອນ ອາມິນຕາ ທີ່ຮັກແພງ! ຕອນເຊົ້າວັນທີ 16 ທັນວາ, ຜ່ານມາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍງວຽນ ໄດ້ສົມທົບກັບມະຫາວິທະຍາໄລແຂວງທ໊າຍງວຽນ ຈັດຕັ້ງກອງປະຊຸມສຳມະນາຍົກສູງຄຸນນະພາບການບຳລຸງສ້າງ ແລະ ການຄຸ້ມຄອງນັກສຶກສາລາວ ແຂວງ ທ໊າຍງວຽນຄັ້ງທີ II – 2021.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງທ໊າຍງວຽນເວົ້າສະເພາະ ທີ່ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ຊ່ວຍເຫຼືອປະເທດລາວ ໃນຕະຫຼອດໄລຍະຜ່ານມາ, ໃນນັ້ນມີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ບັນດາແຂວງທາງພາກເໜືອຂອງລາວ.
 ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາເນື້ອໃນການຮ່ວມມືຮັບສະໝັກ ນັກສຶກສາສາກົນ ແລະ ບຳລຸງສ້າງນັກສຶກສາລາວ, ສະພາບການຄຸນນະພາບໃນການບຳລຸງສ້າງ ແລະ ການຄຸ້ມຄອງນັກສຶກສາລາວ, ຍົກສູງຄຸນນະພາບໃນການບຳລຸງສ້າງວິຊາສະເພາະ, ບຳລຸງພາສາຫວຽດ, ໜູນຊ່ວຍນະໂຍບາຍ, ຊີວິດການເປັນຢູ່, ຄຸນນະພາບໃນການເຄື່ອນໄຫວພົວພັນແລກປ່ຽນ, ເຂົ້າຮ່ວມການຄົ້ນຫາຮີດຄອງປະເພນີ, ວັດທະນະທຳຫວຽດ ໃຫ້ແກ່ນັກສຶກສາລາວ, ວຽກງານການສຶກສາຝຶກຝົນຫຼໍ່ຫຼອມ, ສຶກສາມູນເຊື້ອວັດທະນະທຳ, ປະຫວັດສາດປະຕິວັດ, ມູນເຊື້ອມິດຕະພາບ ທີ່ສະໜິດຕິດພັນລະຫວ່າງ ສອງປະເທດ ຫວຽດນາມ - ລາວ…
ເພື່ອນອາມິນຕາທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບໂດຍພື້ນຖານກ່ຽວກັບຄຳຖາມຂອງເພື່ອນຫວັງວ່າຈະເຮັດໃຫ້ເພື່ອນພໍໃຈ.
        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top