ຂ່າວສານ

ສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2021)

      ລຸງ ບຸນຄົງ ພັນເອກ, ນັກຮົບເກົ່າ ລາວ ຢູ່ແຂວງ ວຽງຈັນ ໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2021). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດານັກຮົບກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດານັກຮົບເກົ່າທະຫານອາສາສະໝັກ ຫວຽດນາມ ເວົ້າສະເພາະອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກກັບການນຳກອງບັນຊາການທະຫານ ແຂວງ ກ໋ວາງບິ່ງ (ພາບ: baochinhphu.vn)
      ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 339 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 34 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວກໍ່ຄືທ່ານຜູ້ຟັງ ຫວຽດນາມ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບການພົວພັນແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.
ລຸງ ບຸນຄົງ ພັນເອກ, ນັກຮົບເກົ່າ ລາວ ຢູ່ແຂວງ ວຽງຈັນ ໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2021). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດານັກຮົບກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດານັກຮົບເກົ່າທະຫານອາສາສະໝັກ ຫວຽດນາມ ເວົ້າສະເພາະອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາບັນດານັກຮົບປະເທດ ລາວ ກໍ່ຄືປະຊາຊົນ ລາວ ບັນດາເຜົ່າຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫລ່ກໍ່ຄືສະໜັບສະໜູນຊ່ວຍເຫຼືອກອງທັບ ແລະ ປະຊາຊົນ ລາວ ໃນຊຸມເດືອນປີສົງຄາມຢ່າງດຸເດືອດພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນການສຶກສາໂຄສະນາ ເພື່ອໃຫ້ຄົນລຸ້ນຫລັງມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງຕະຫລອດໄປ.
ເພື່ອນ ໜູເພັດ ຢູ່ແຂວງສະຫວັນນະເຂດໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ອາທິດຜ່ານມາ, ເມືອຕິດຕາມຂ່າວຂ້າພະເຈົ້າຮູ້ວ່າ ຢູ່ແຂວງກວາງຈິ້ ໄດ້ຈັດກອງປະຊຸມສະຫຼຸບ 3 ປີແຫ່ງການປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືປ້ອງກັນຊາຍແດນລະຫວ່າງກອງບັນຊາການທະຫານປ້ອງກັນຊາດແດນ - ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມທະຫານປ້ອງກັນຊາຍແດນ - ກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ. ຫວັງວ່າບັນນາທິການລາຍການຈະສະໜອງຂໍ້ມູນກ່ຽວກັບກອງປະຊຸມດັ່ງກ່າວໃຫ້ແກ່ຂ້າພະເຈົ້າຮັບຮູ້ຕື່ມອີກແດ່. ຂໍຂອບໃຈ
ເພື່ອນ ໜູເພັດທີ່ຮັກແພງ! ໃນອາທິດຜ່ານມາ, ຢູ່ເມືອງເຮືອງຮວາ, ແຂວງກ໋ວາງຈິ ໄດ້ດຳເນີນກອງປະຊຸມສະຫຼຸບ 3 ປີແຫ່ງການປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມື ປ້ອງກັນຊາຍແດນ ລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກົມທະຫານປ້ອງກັນຊາຍແດນ ກົມໃຫຍ່ເສນາທິການໃຫຍ່ກອງທັບປະຊາຊົນ ລາວ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຜົນການຮ່ວມມື, ຜັນຂະຫຍາຍປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືປ້ອງກັນຊາຍແດນ ລະຫວ່າງ ກຳລັງທະຫານປ້ອງກັນຊາຍແດນສອງປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ເຂດຊາຍແດນຂອງແຕ່ລະປະເທດເວົ້າສະເພາະ, ພ້ອມທັງປະກອບສ່ວນເຂົ້າການພັດທະນາເສດຖະກິດສັງຄົມສອງປະເທດເວົ້າລວມ, ປັບປຸງ ແລະ ຮັດແໜ້ນການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ຫວຽດນາມ - ລາວກ່ວາອີກ.
ສ່ວນທ່ານພົນຕີ ວົງຄຳ ພົມມະກອມ ໄດ້ເນັ້ນໜັກວ່າ ດ້ວຍຈິດໃຈຄວາມຮັບຜິດຊອບ, ກຳລັງທະຫານປ້ອງກັນຊາຍແດນລາວ ແລະ ຫວຽດນາມ ໄດ້ຕັ້ງໜ້າສົມທົບກັນ ແລະ ຮ່ຽງບ່າຮ່ຽງໄຫລ່ ໃນການປະຕິບັດໜ້າທີ່. ເມື່ອເກີດບັນຫາຢູ່ເຂດຊາຍແດນ, ສອງຝ່າຍມີຄວາມເຫັນດີເປັນເອກະພາບຢູ່ລະດັບສູງ, ແກ້ໄຂຢ່າງທັນການບົນຈິດໃຈສາມັກຄີ, ຮ່ວມແຮງຮ່ວມໃຈຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ ສົມທົບກັບການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນເຮັດໃຫ້ການພົວພັນສາມັກຄີແບບພິເສດ ເລິກເຊິ່ງກ່ວາອີກ ເພື່ອພ້ອມກັນປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ຂອງແຕ່ລະປະເທດ.
ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນຄວາມໝັ້ນຄົງ, ສ້າງເສັ້ນຊາຍແດນຫວຽດນາມ - ລາວໃຫ້ມີສະຖຽນລະພາບ, ສັນຕິພາບ ແລະ ພັດທະນາ, ເພີ່ມທະວີຈັດຕັ້ງການລາດຕະເວນຮ່ວມ, ແລກປ່ຽນບົດຮຽນ, ປະສົບການ ໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ, ການປ້ອງກັນ, ຕ້ານອາດຊະຍາກຳ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ກໍ່ສ້າງກຳລັງທະຫານປ້ອງກັນຊາຍແດນສອງປະເທດ.
ເພື່ອນອາມິນຕາຢູ່ແຂວງສາລະວັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ facebook ດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບກອງປະຊຸມສຳມະນາຍົກສູງຄຸນນະພາບການບຳລຸງສ້າງ ແລະ ຄຸ້ມຄອງນັກສຶກສາລາວ ຢູ່ແຂວງ ທ໊າຍງວຽນ ຄັ້ງທີ II  - 2021 ທີ່ໄດ້ດຳເນີນໃນອາທິດຜ່ານມາ.
ເພື່ອນ ອາມິນຕາ ທີ່ຮັກແພງ! ຕອນເຊົ້າວັນທີ 16 ທັນວາ, ຜ່ານມາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍງວຽນ ໄດ້ສົມທົບກັບມະຫາວິທະຍາໄລແຂວງທ໊າຍງວຽນ ຈັດຕັ້ງກອງປະຊຸມສຳມະນາຍົກສູງຄຸນນະພາບການບຳລຸງສ້າງ ແລະ ການຄຸ້ມຄອງນັກສຶກສາລາວ ແຂວງ ທ໊າຍງວຽນຄັ້ງທີ II – 2021.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງທ໊າຍງວຽນເວົ້າສະເພາະ ທີ່ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ຊ່ວຍເຫຼືອປະເທດລາວ ໃນຕະຫຼອດໄລຍະຜ່ານມາ, ໃນນັ້ນມີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ບັນດາແຂວງທາງພາກເໜືອຂອງລາວ.
 ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາເນື້ອໃນການຮ່ວມມືຮັບສະໝັກ ນັກສຶກສາສາກົນ ແລະ ບຳລຸງສ້າງນັກສຶກສາລາວ, ສະພາບການຄຸນນະພາບໃນການບຳລຸງສ້າງ ແລະ ການຄຸ້ມຄອງນັກສຶກສາລາວ, ຍົກສູງຄຸນນະພາບໃນການບຳລຸງສ້າງວິຊາສະເພາະ, ບຳລຸງພາສາຫວຽດ, ໜູນຊ່ວຍນະໂຍບາຍ, ຊີວິດການເປັນຢູ່, ຄຸນນະພາບໃນການເຄື່ອນໄຫວພົວພັນແລກປ່ຽນ, ເຂົ້າຮ່ວມການຄົ້ນຫາຮີດຄອງປະເພນີ, ວັດທະນະທຳຫວຽດ ໃຫ້ແກ່ນັກສຶກສາລາວ, ວຽກງານການສຶກສາຝຶກຝົນຫຼໍ່ຫຼອມ, ສຶກສາມູນເຊື້ອວັດທະນະທຳ, ປະຫວັດສາດປະຕິວັດ, ມູນເຊື້ອມິດຕະພາບ ທີ່ສະໜິດຕິດພັນລະຫວ່າງ ສອງປະເທດ ຫວຽດນາມ - ລາວ…
ເພື່ອນອາມິນຕາທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບໂດຍພື້ນຖານກ່ຽວກັບຄຳຖາມຂອງເພື່ອນຫວັງວ່າຈະເຮັດໃຫ້ເພື່ອນພໍໃຈ.
        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.
(ແຫຼ່ງຄັດຈາກ VOV)


top