
ທ່ານເອກອັກຄະລັດຖະທູດ ເລກູ໋ຍກວີ່ນ (ພາບ: TTXVN)
ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ມາເລເຊຍ, ທ່ານເອກອັກຄະລັດຖະທູດ ເລກູ໋ຍກວີ່ນ ໄດ້ຢືນຢັນວ່າ ໃນໄລຍະຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ມີບັນດາບາດກ້າວພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ພິເສດແມ່ນ ພາຍຫລັງ 2 ຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2015. ປະຈຸບັນ, ຫວຽດນາມ ແລະ ມາເລເຊຍ ພວມມານະພະຍາຍາມບັນລຸຄາດໝາຍຍົກວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 15 ຕື້ USD ໃນປີ 2020 ຕາມໂຄງການດຳເນີນງານທີ່ໄດ້ລົງນາມແລ້ວ ແລະ ພະຍາຍາມກະກຽມໃຫ້ແກ່ໂຄງການດຳເນີນງານໃນໄລຍະຕໍ່ໄປ. ທ່ານເອກອັກຄະລັດຖະທູດກໍ່ເຊື່ອໝັ້ນວ່າ ດ້ວຍຄວາມສາມາດບົ່ມຊ້ອມການຮ່ວມມືຢ່າງໃຫຍ່ຫລວງໃນຫລາຍຂົງເຂດ, ການພົວພັນມິດຕະພາບຮ່ວມມືລະຫວ່າງ ຫວຽດນາມ ແລະ ມາເລເຊຍ ຈະສືບຕໍ່ພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ, ເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງ 2 ປະເທດ ກໍ່ຄືໃຫ້ທົ່ວພາກພື້ນ.
(ແຫຼ່ງຄັດຈາກ VOV)