• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 10 ປີເກາະ ກູລາວຈ່າມ - ໂຮ້ຍອານ ເຊິ່ງ UNESCO ຮັບຮອງແມ່ນເຂດນິເວດວິທະຍາໂລກ

      ຕອນຄ່ຳວັນທີ 25 ພຶດສະພາ, ຢູ່ເກາະ ກູລາວຈ່າມ, ນະຄອນໂຮ້ຍອານ, ແຂວງກວາງນາມ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 10 ປີເກາະ ກູລາວຈ່າມ - ໂຮ້ຍອານ ເຊິ່ງໄດ້ຮັບການຮັບຮອງຈາກ UNESCO ແມ່ນເຂດນິເວດວິທະຍາໂລກ.

ພິທີສະເຫຼີມສະຫຼອງ 10 ປີເກາະ ກູລາວຈ່າມ - ໂຮ້ຍອານ
(ພາບ: daidoanket.vn)
      ຕົວຈິງຊີ້ໃຫ້ເຫັນວ່າ, ໃນໄລຍະ 10 ປີກ່ອນ, ກູລາວຈ່າມ - ໂຮ້ຍອານ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 15.000 ເທື່ອຄົນ, ມາຮອດປີ 2018, ຈຳນວນນັກທ່ອງທ່ຽວໄດ້ເພີ່ມຂຶ້ນເກືອບ 30 ເທົ່າ, ເປັນຈຳນວນກວ່າ 415.000 ເທື່ອຄົນ ເມື່ອທຽບໃສ່ 10 ປີກ່ອນນີ້.
        ໃນໄລຍະ 10 ປີຜ່ານມາ, ເຂດນິເວດວິທະຍາໂລກ ກູລາວຈ່າມ ພວມຄ່ອຍໆຢືນຢັນທີ່ຕັ້ງສຳລັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ສິ່ງດັ່ງກ່າວໄດ້ສ້າງກຳລັງໜູນຕື່ມອີກໃຫ້ແກ່ປະຊາຊົນ ກໍຄືອຳນາດການປົກຄອງມີຄວາມຕັດສິນໃຈສູງກວ່າໃນການສ້າງ ກູລາວຈ່າມ ໃຫ້ສວຍງາມນັບທັງທາງດ້ານທິວທັດທຳມະຊາດ ແລະ ປະຊາຊົນ, ມີຄວາມຮັ່ງມີທາງດ້ານແຫຼ່ງຊັບພະຍາກອນມະນຸດ ແລະ ຊີວະນາໆພັນ, ເໝາະສົມກັບຂອບຂະໜາດຂອງເຂດໄດ້ຮັບການຮັບຮອງເປັນລະດັບສາກົນ. ທ່ານ ຫງວຽນເທ໊ຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ້ຍອານ, ແຂວງກວາງນາມ, ໃຫ້ຮູ້ວ່າ.
        “ສິ່ງທີ່ໃຫຍ່ຫຼວງທີ່ສຸດແມ່ນຊີວິດຂອງປະຊາຊົນໃນເຂດນິເວດວິທະຍາໄດ້ຮັບການປ່ຽນແປງຢ່າງໃຫຍ່ຫຼວງ. ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ ກູລາວຈ່າມ ແມ່ນສູງທີ່ສຸດເມື່ອທ່ຽບໃສ່ທຸກຕາແສງຢູ່ແຂວງກວາງນາມ. ປະຕິບັດການອະນຸລັກຮັກສາເປັນຢ່າງດີ ເພື່ອສ້າງພື້ນຖານໃຫ້ວິວັດທະນາການພັດທະນາເສດຖະກິດ, ສັງຄົມ… ເພື່ອຮັບປະກັນວຽກງານອະນຸລັກຮັກສາເຂດນິເວດວິທະຍາຂອງນະຄອນ”.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top