ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຖືວ່າ: ກອງປະຊຸມມີຄວາມໝາຍສຳຄັນພິເສດເພື່ອແນໃສ່ຢັ້ງຢືນການປະຕິບັດສຳເລັດ ວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ ໄດ້ 84%, ສະຫຼຸບ, ຕີລາຄາ ແລະ ຖອດຖອນບົດຮຽນ 20 ປີແຫ່ງການຜັນຂະຫຍາຍການເຈລະຈາຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ (1999 - 2019), ພ້ອມທັງວາງອອກທິດທາງປະຕິບັດວຽກງານຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ ໃນໄລຍະຈະມາເຖິງ, ໃນນັ້ນມີການຊຸກຍູ້ການເຈລະຈາຂີດເສັ້ນປັກຫຼັກໝາຍຊາຍແດນ ທີ່ຍັງເຫຼືອ 16 %. ທ່ານ ບຸຍແທັງເຊີນ ເນັ້ນໜັກວ່າ:
ໝາກຜົນທີ່ສະແດງອອກຢູ່ໃນ ເອກະສານ 2 ສະບັບດັ່ງກ່າວ ໄດ້ປະກອບສ່ວນປັບປຸງຄຸນນະພາບເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໃຫ້ສົມບູນແບບ ທັງກ່ຽວກັບດ້ານເອກະສານນິຕິກຳ ແລະ ໃນພື້ນທີ່ຕົວຈິງ; ອັນໄດ້ຊ່ວຍໃຫ້ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບຂອງສອງປະເທດ ແລະ ປະຊາຊົນເຂດຊາຍແດນ ຮັບຮູ້ເສັ້ນຊາຍແດນໄດ້ຢ່າງງ່າຍດາຍ, ປັບປຸງ ແລະ ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ເຂດຊາຍແດນເທື່ອລະກ້າວ, ປະກອບສ່ວນເຂົ້າໃນການຮັກສາ ແລະ ປັບປຸງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ, ມີມິດຕະພາບ ແລະ ມີການຮ່ວມມືພັດທະນາແບບຍືນຍົງ.