• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດ: ກາລະໂອກາດ ເພື່ອໃຫ້ ຊີຣີ ມຸ່ງໄປເຖິງວິວັດການມອບຮັບສິດອຳນາດຢ່າງຮອບດ້ານ

ວັນທີ 9 ທັນວາ, ທ່ານ ຂ້າຫລວງໃຫຍ່ ສະຫະປະຊາຊາດ Volker Turk, ໄດ້ໃຫ້ຂໍ້ສັງເກດວ່າ ມີໂອກາດໃຫຍ່ເພື່ອໃຫ້ບັນດາກຳລັງດ້ານການເມືອງ, ເສດຖະກິດ ແລະ ສາສະຫນາຂອງຊີຣີ ດຳເນີນການໂອ້ລົມສົນທະນາເພື່ອມຸ່ງໄປເຖິງວິວັດການມອບຮັບສິດອຳນາດທີ່ມີລັກສະນະກວມລວມ ແລະ ຮອບດ້ານ ຢູ່ປະເທດນີ້.
ຢູ່ Damascus, ຊີຣີ (ພາບ: THX/TTXVN)

ກ່າວຄຳເຫັນທີ່ການຖະແຫລງຂ່າວຢູ່ ເຊີແນວ ປະເທດ ສະວິດ, ທ່ານ Volker Turk ຖືວ່າ ມີບັນດາສັນຍານເບື້ືອງຕົ້ນ ຄື ການສົມທົບຂອງບັນດາກຸ່ມຝ່າຍຄ້ານ ຢູ່ ຊີຣີ ກໍ່ຄືການຫນູນຊ່ວຍຂອງປະຊາຄົມສາກົນ  ໄດ້ສະແດງໃຫ້ເຫັນຄວາມສາມາດໃຫຍ່ຫລວງນີ້.

ໃນວັນດຽວກັນ, ກຳລັງລຸກຮື້້ຂຶ້ນຢູ່ ຊີຣີ ໄດ້ຢັ້ງຢືນວ່າ ຜູ້ນຳຫນ້າກຳລັງນີ້ Abu Mohammed al-Jolani ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Mohammed al-Jalali ຜູ້ທີ່ອາດຈະພົ້້ນຕຳແຫນ່ງໃນເວລາໃກ້ໆນີ້ ເພື່ອປຶກສາຫາລືກ່ຽວກັບການ “ມອບຮັບສິດອຳນາດ”. ວັນທີ 9 ທັນວາ, ສະພາແຫ່ງຊາດ ຊີຣີ ກໍ່ໄດ້ຖະແຫລງສະຫນັບສະຫນູນຄວາມມຸ່ງມາດປາດຖະຫນາຂອງປະຊາຊົນກ່ຽວກັບການສ້າງສາປະເທດຊາດໃຫມ່.

ໃນຂະນະນັ້ນ ວົງການເຈົ້າຫນ້າທີ່ ອິດສະຣາແອນ ໃຫ້ຮູ້ວ່າ ປະເທດນີ້ ຈະຍູ້ແຮງບັນດາການບຸກໂຈມຕີທາງອາກາດເລັ່ງໃສ່ບັນດາສາງອາວຸດທັນສະໄຫມຂອງ ຊີຣີ ແລະ ຮັກສາການມີຫນ້າ “ແບບຈຳກັດ” ຂອງທະຫານບົກ ເພື່ອແນໃສ່ສະກັດກັ້ນທຸກການນາບຂູ່ທີ່ອາດຈະປະກົດຂຶ້ນ ພາຍຫລັງປະທານາທິບໍດີ Bashar al-Assad ຖືກໂຄ່ນລົ້ມ.

ໃນວັນດຽວກັນ, ທ່ານ Hassan Fadlallah ເຈົ້າຫນ້າທີ່ຂັັ້ນສູງ ຂອງ ແຮກໂບລາ, ຊື່ງແມ່ນກຳລັງມີການພົວພັນຢ່າງແຫນ້ນແຟ້ນກັບອຳນາດການປົກຄອງທ່ານປະທານາທິບໍດີ Bashar Al-Assad, ຖືກໂຄ່ນລົ້ມ ໃຫ້ຮູ້ວ່າ: ແຮກໂບລາ ຖືບັນດາເຫດການຢູ່ ຊີຣີ ແມ່ນ “ການຫັນປ່ຽນໃຫຍ່ ແລະ ອັນຕະລາຍ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top