ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ປີມະເມຍ 2026, ຕອນບ່າຍວັນທີ 06 ກຸມພາ, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ໄດ້ຈັດງານພົບປະບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າການຕ່າງປະເທດ ແລະ ບັນດາຄູ່ຮ່ວມມືສາກົນຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ການພົບປະ, ທ່ານ ດວ່ານມິນຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນວ່າ ສະຖາບັນໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືກັບສາກົນຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມ, ພັດທະນາວິຊາການທາງການຕ່າງປະເທດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ. ພ້ອມກັນນັ້ນ, ກໍ່ກຳນົດການແລກປ່ຽນທິດສະດີ ແລະ ບຳລຸງສ້າງການນຳຂັ້ນສູງກັບບັນດາພັກກອມມູນິດ, ພັກກຳອຳນາດແມ່ນເສົາຄ້ຳຫຼັກແຫຼ່ງຂອງການພົວພັນຕ່າງປະເທດພັກ, ປະກອບສ່ວນປະຕິບັດວິໄສທັດຍຸດທະສາດຂອງຊາດໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ.
ໂດຍຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າທາງການທູດ ແລະ ຄູ່ຮ່ວມມືສາກົນປະຈຳ ຫວຽດນາມ, ທ່ານ Pauline Tamesis, ຜູ້ປະສານງານປະຈຳການສະຫະປະຊາຊາດ ປະຈຳ ຫວຽດນາມ ຕີລາຄາສູງວິໄສທັດຖືມະນຸດເປັນໃຈກາງຂອງ ຫວຽດນາມ; ບັນດາການປະຕິຮູບກ່ຽວກັບການຄຸ້ມຄອງຢ່າງແຂງແຮງ, ກໍຄືການກຳນົດທິດຢ່າງຈະແຈ້ງກ່ຽວກັບນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ທ່ານໃຫ້ຮູ້ວ່າ ສະຫະປະຊາຊາດພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບບັນດາຄວາມຄາດຫວັງຂອງ ຫວຽດນາມ.







