• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດພ້ອມແລ້ວທີ່ຈະຫນູນຊ່ວຍ ຫວຽດນາມຮັບມືກັບສິ່ງທ້າທາຍໃຫມ່

ບຸລິມະສິດຂອງ ສປຊ ໄລຍະຈະມາເຖິງ ແມ່ນຫນູນຊ່ວຍລັດຖະບານ ຫວຽດນາມປະຕິບັດຄຳໝັ້ນສັນຍາສຳລັບ SDG ຢ່າງມີສິດທິຜົນທີ່ສຸດ.

ບຸລິມະສິດຂອງ ສປຊ ໄລຍະຈະມາເຖິງ ແມ່ນຫນູນຊ່ວຍລັດຖະບານ ຫວຽດນາມປະຕິບັດຄຳໝັ້ນສັນຍາສຳລັບ SDG ຢ່າງມີສິດທິຜົນທີ່ສຸດ.

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ທ່ານນາງ  Pauline Tamesis ຜູ້ປະສານງານ ປະຈຳ ຂອງ ສປຊ ຢູ່ ຫວຽດນາມ.  (ພາບ: TTXVN)

ວັນທີ 11 ສິງຫາ, ທ່ານ ຫງວຽນຈິຢູງ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ພ້ອມກັບ ທ່ານນາງ  Pauline Tamesis ຜູ້ປະສານງານ ປະຈຳ ຂອງ ສປຊ ຢູ່ ຫວຽດນາມ  ໄດ້ລົງນາມເອກະສານແຜນຍຸດທະສາດການຮ່ວມມືພັດທະນາແບບຍືນຍົງ ໄລຍະ 2022 – 2026 ລະຫວ່າງ ລັດຖະບານ ຫວຽດນາມ ແລະ ບັນດາອົງການປະຈຳ, ບໍ່ປະຈຳ ຂອງ ສປຊ ຢູ່ ຫວຽດນາມ. ເນື້ອໃນຫລັກຂອງແຜນຍຸດທະສາດດັ່ງກ່າວລວມມີ: ການພັດທະນາສັງຄົມກວມລວມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕ້ານໄພທຳມະຊາດ ແລະ ສິ່ງແວດລ້ອມຍືນຍົງ…. ຕາມນັ້ນແລ້ວ, ສປຊ ພ້ອມແລ້ວຈະຫນູນຊ່ວຍຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການພັດທະນາຂອງລັດຖະບານ ແລະ ປະຊາຊົນຫວຽດນາມ.

ຕອບສຳພາດຕໍ່ນັກຂ່າວ, ທ່ານນາງ Pauline Tamesis ໃຫ້ຮູ້ວ່າ: ບຸລິມະສິດຂອງ ສປຊ ໄລຍະຈະມາເຖິງ ແມ່ນຫນູນຊ່ວຍລັດຖະບານ ຫວຽດນາມປະຕິບັດຄຳໝັ້ນສັນຍາສຳລັບ SDG ຢ່າງມີສິດທິຜົນທີ່ສຸດ, ການປົກປ້ອງມະນຸດ, ຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງຊາຍ ແລະການມອບສິດໃຫ້ແມ່ຍິງ. ທ່ານນາງ Pauline Tamesis ຕີລາຄາສູງຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຊຸກຍູ້ພັດທະນາແບບຍືນຍົງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນ ນະໂຍບາຍໄດ້ປະກາດໃຊ້ລ້ວນແຕ່ແມ່ນຖືປະຊາຊົນເປັນໃຈກາງ, ບັນດານະໂຍບາຍປົກປ້ອງ ແລະຮັບປະກັນໃຫ້ຜູ້ມີຄວາມສ່ຽງບໍ່ໃຫ້ເຂົາເຈົ້າຖືກປະໄວ້ຢູ່ທາງຫລັງ ຊື່ງສະແດງອອກດ້ວຍການລົງທຶນຂອງລັດຖະບານ ໃນບັນດາຂົງເຂດພັດທະນາເສດຖະກິດ ສັງຄົມ.  

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top