• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກສະພາແຫ່ງຊາດປາດຖະໜາຢາກໃຫ້ສະພາແຫ່ງຊາດຊຸດໃໝ່ ສືບຕໍ່ເສີມຂະຫຍາຍການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ

      ບັນດາຜູ້ແທນໄດ້ຮັບການແນະນຳອອກສະໝັກເລືອກຕັ້ງເຂົ້າດຳລົງຕຳແໜ່ງຫຼັກແຫຼ່ງຂອງສະພາແຫ່ງຊາດ, ລັດ ແລະ ລັດຖະບານ ລ້ວນແຕ່ແມ່ນຜູ້ມີປະສົບການ, ປະສົບຜົນສຳເລັດໃນໜ້າທີ່ການງານ, ດ້ວຍພື້ນຖານກ່ຽວກັບດ້ານທິດສະດີ ແລະ ມີຈິດໃຈມຸ່ງມາດປາດຖະໜານຳປະເທດຊາດພັດທະນາໃນໄລຍະຈະມາເຖິງ.
            ກ່ຽວຂ້ອງເຖິງວຽກງານບຸກຄະລາກອນຂອງສະພາແຫ່ງຊາດຊຸດໃໝ່, ຢູ່ນອກກອງປະຊຸມສະພາແຫ່ງຊາດ, ຕອນເຊົ້າວັນທີ 30 ມີນາ, ບັນດາສະມາຊິກສະພາແຫ່ງຊາດມີຄວາມປາດຖະໜາຢາກໃຫ້ບັນດາການນຳຫຼັກແຫຼ່ງຂອງສະພາແຫ່ງຊາດ, ລັດ ແລະ ລັດຖະບານ ສືບຕໍ່ນຳພາປະເທດປະຕິບັດຄວາມຄາດຫວັງຂອງຊາດ “ເຂັ້ມແຂງຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ”.
ສະມາຊິກສະພາແຫ່ງຊາດປາດຖະໜາຢາກໃຫ້ສະພາແຫ່ງຊາດຊຸດໃໝ່ ສືບຕໍ່ເສີມຂະຫຍາຍການປ່ຽນແປງໃໝ່,
ມີຫົວຄິດປະດິດສ້າງ. ພາບ: quochoi.vn
      ທ່ານ ເງາະຢຸຍຫຽວ ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຖືວ່າ: ບັນດາຜູ້ແທນໄດ້ຮັບການແນະນຳອອກສະໝັກເລືອກຕັ້ງເຂົ້າດຳລົງຕຳແໜ່ງຫຼັກແຫຼ່ງຂອງສະພາແຫ່ງຊາດ, ລັດ ແລະ ລັດຖະບານ ລ້ວນແຕ່ແມ່ນຜູ້ມີປະສົບການ, ປະສົບຜົນສຳເລັດໃນໜ້າທີ່ການງານ, ດ້ວຍພື້ນຖານກ່ຽວກັບດ້ານທິດສະດີ ແລະ ມີຈິດໃຈມຸ່ງມາດປາດຖະໜານຳປະເທດຊາດພັດທະນາໃນໄລຍະຈະມາເຖິງ.
        ນອກຈາກບັນດາການນຳຫຼັກແຫຼ່ງຂອງລັດ, ສະພາແຫ່ງຊາດຈະເລືອກຕັ້ງຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ ແລະ ໃຫ້ສັດຕະຍາບັນການແຕ່ງຕັ້ງສະມາຊິກລັດຖະບານບາງທ່ານ, ຄາດຄະເນວ່າ ສະພາແຫ່ງຊາດຈະເລືອກຕັ້ງ 25 ຕຳແໜ່ງ. ທ່ານ ຟຸງດຶກຕ໊ຽນ ສະມາຊິກສະພາແຫ່ງຊາດແຂວງ ຮ່ານານ ຫວັງວ່າ:
        “ໂດຍໄດ້ປະຕິບັດງານໃນເວລາ 10 ປີ, ເປັນສະມາຊິກສະພາແຫ່ງຊາດ 2 ຊຸດ, ຂ້າພະເຈົ້າເຊື່ອໝັ້ນວ່າ ສະມາຊິກສະພາແຫ່ງຊາດຊຸດທີ XV ຈະດີເດັ່ນກ່ວາ ດ້ວຍຈິດໃຈເຮັດວຽກມີຢ່າງຄວາມຮັບຜິດຊອບ ແລະ ມີສະຕິປັນຍາ, ມີຄຸນນະທາດກ່ວາ, ມີສິ່ງຍອດຍິ່ງທາງດ້ານພູມປັນຍາຂອງສະພາແຫ່ງຊາດ ຫວຽດນາມ ໃນອາຍຸການ. ຂ້າພະເຈົ້າເຊື່ອໝັ້ນວ່າ ການນຳສະພາແຫ່ງຊາດຊຸດໃໝ່ ຈະສືບທອດມູນເຊື້ອຂອງສະພາແຫ່ງຊາດ ຫວຽດນາມ ໃນຫລາຍສິບປີຜ່ານມາ.
(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top