• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກສະພາແຫ່ງຊາດຍິງ ຂອງ ຫວຽດນາມ ແລະ ລາວ ເຮັດວຽກກັບແຂວງກວາງນາມ

      ຕອນເຊົ້າວັນທີ 08 ສິງຫາ, ຢູ່ນະຄອນຕາມກີ່,  ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ນຳໜ້າຄະນະສະມາຊິກສະພາແຫ່ງຊາດຍິງ ຫວຽດນາມ ແລະ ທ່ານນາງ ສີໄສ ລືເດດມູນສອນ, ຮອງປະທານສະພາແຫ່ງຊາດ ລາວ, ນຳໜ້າຄະນະສະມາຊິກສະພາແຫ່ງຊາດຍິງ ລາວ

(ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ)
      ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງກວາງນາມ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ໄດ້ຕີລາຄາສູງຕໍ່ການພັດທະນາຫຼາຍດ້ານຂອງ ແຂວງກວາງນາມ, ທ້ອງຖິ່ນໄດ້ປະຕິບັດວຽກງານເຂດຊາຍແດນ ເປັນຢ່າງດີ, ຜັນຂະຫຍາຍຫຼາຍໂຄງການແຮກສ່ຽວ, ຊ່ວຍເຫຼືອບັນດາທ້ອງຖິ່ນຂອງລາວ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ ລະຫວ່າງ 2 ປະເທດ ຫວຽດນາມ - ລາວ.
        “ກວາງນາມແມ່ນໜຶ່ງໃນບັນດາຈຸດເດັ່ນປະຕິບັດວຽກງານການຕ່າງປະເທດ ແລະ ການປະຕິບັດວຽກງານເຂດຊາຍແດນກັບ ລາວ ເປັນຢ່າງດີ. ນີ້ແມ່ນໜຶ່ງໃນບັນດາຈຸດສຸມຊຶ່ງຫຼາຍແຂວງຊາຍແດນແຫ່ງຊາດຂອງຫວຽດນາມ ຄວນຖອດຖອນບົດຮຽນ. ພິສູດໃຫ້ເຫັນວ່າ ນັ້ນແມ່ນການຮ່ວມມືຮອບດ້ານແບບພິເສດລະຫວ່າງ ແຂວງກວາງນາມ ກັບ ແຂວງເຊກອງ ແລະ ແຂວງຈຳປາສັກ, ບັນດາສະຫາຍຍັງໄດ້ຊ່ວຍເຫຼືອຫຼາຍແຂວງອື່ນໆຄື: ວຽງຈັນ, ຄຳມ່ວນ. ເຖິງວ່າຍັງມີຫຼາຍບັນຫາຫຍຸ້ງຍາກ ແຕ່ແຂວງກວາງນາມໄດ້ປະຕິບັດວຽກງານເຂດຊາຍແດນ ເປັນຢ່າງດີ, ວຽກງານຊົນເຜົ່າ ແລະ ສາສະໜາ. ແຂວງກວາງນາມ ແມ່ນໜຶ່ງໃນບັນດາແຂວງທີ່ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຄື່ຶອນໄຫວສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top