• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ຮັກສາການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນ

ການໄປຢ້ຽມຢາມຢ່າງເປັນທາງການຄັ້ງນີ້ຈັດຂຶ້ນກ່ອນທີ່ຈະຈັດກອງປະຊຸມ AIPA ຄັ້ງທີ 45 ເຊິ່ງ ລາວ ເປັນປະເທດເຈົ້າພາບ, ບໍ່ພຽງແຕ່ແມ່ນໂອກາດທີ່ດີເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດເທົ່ານັ້ນ, ຫາກຍັງເປີດກວ້າງການຮ່ວມມືລັດຖະສະພາລະຫວ່າງ 2 ປະເທດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ (ພາບ: quochoi.vn)

ແຕ່ວັນທີ 17 – 19 ຕຸລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA - 45). ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ແລ້ວ, ນີ້ແມ່ນການຢ້ຽມຢາມສປປ.ລາວ ເປັນຄັ້ງທຳອິດຢ່າງເປັນທາງໃນຖານະຕຳແໜ່ງປະທານສະພາແຫ່ງຊາດ.

        “ການໄປຢ້ຽມຢາມຢ່າງເປັນທາງການຄັ້ງນີ້ຈັດຂຶ້ນກ່ອນທີ່ຈະຈັດກອງປະຊຸມ AIPA ຄັ້ງທີ 45 ເຊິ່ງ ລາວ ເປັນປະເທດເຈົ້າພາບ, ບໍ່ພຽງແຕ່ແມ່ນໂອກາດທີ່ດີເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດເທົ່ານັ້ນ, ຫາກຍັງເປີດກວ້າງການຮ່ວມມືລັດຖະສະພາລະຫວ່າງ 2 ປະເທດ, ສະແດງໃຫ້ເຫັນເລື່ອງສືບຕໍ່ຜັນຂະຫຍານແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ, ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ; ຢືນຢັນບົດບາດຂອງສະພາແຫ່ງຊາດ ຫວຽດນາມ, ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າໃນເນື້ອໃນຂອງ AIPA ຢ່າງແທດຈິງ; ພ້ອມກັບລັດຖະສະພາບັນດາປະເທດສງະມາຊິກ AIPA ປັບປຸງຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ, ຍູ້ແຮງການພົວພັນລະຫວ່າງ AIPA ແລະ ບັນດາຄູ່ຮ່ວມມື, ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດສະມາຊິກ ແລະ ນັກສັງເກດການຂອງ AIPA”.

        ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຖືວ່າ, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ 2 ປະເທດຕ້ອງສືບຕໍ່ເອົາໃຈໃສ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນບົດຮຽນໃນວຽກງານນິຕິບັນຍັດ, ຕິດຕາມກວດກາສູງສຸດ, ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ. ໃນນັ້ນ, ຊຸມໃສ່ຕິດຕາມກວດກາ ແລະ ສ້າງຄວາມສະດວກແກ່ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສົນທິສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top