• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການຄົ້ນຄວ້ານິຕິບັນຍັດ, ຂໍ້ມູນ, ເອກະສານ

ຮອງປະທານສະພາແຫ່ງຊາດ 2 ທ່ານໄດ້ຢືນຢັນວ່າ, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນ
ທີ່ການເຈລະຈາ (ພາບ: TTXVN)

ຕອນບ່າຍວັນທີ 04 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ມີການພົບປະເຈລະຈາກັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ.

ທີ່ການເຈລະຈາ, ຮອງປະທານສະພາແຫ່ງຊາດ 2 ທ່ານໄດ້ຢືນຢັນວ່າ, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການປັບປຸງ, ຮັກສາຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນ; 2 ຝ່າຍໄດ້ ແລະ ພວມຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດເປັນຢ່າງດີ, ພ້ອມທັງສົມທົບກັນຈັດກອງປະຊຸມຂັ້ນສູງສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1 ໃນເດືອນ ທັນວາ 2023 ຜ່ານມາ.

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ, ໄດ້ແບ່ງປັນບົດຮຽນກ່ຽວກັບການສ້າງກົດໝາຍ, ບົດບາດຂອງສະຖາບັນຄົ້ນຄວ້ານິຕິບັນຍັດ ແລະ ຫໍສະໝຸດສະພາແຫ່ງຊາດ ໃນການຄົ້ນຄວ້າວິທະຍາສາດ ແລະ ສະໜອງເອກະສານການຄົ້ນຄວ້າໃຫ້ບັນດາສະມາຊິກສະພາແຫ່ງຊາດ… ທ່ານຢັ້ງຢືນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ລາວ ຮັບບັນດາໜ້າທີ່ສາກົນໃນໄລຍະຈະມາເຖິງໃຫ້ບັນລຸຜົນສຳເລັດ.

ສ່ວນທ່ານຮອງປະທານສະພາແຫ່ງຊາດ ຈະເລີນ ເຢຍປາວເຮີ ປາດຖະໜາວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ, ແບ່ງປັນບົດຮຽນເພື່ອໃຫ້ ລາວ ຈັດ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ໃນປີ 2024 ໃຫ້ສຳເລັດຜົນ ເມື່ອສະພາແຫ່ງຊາດ ລາວ ຮັບໜ້າທີ່ເປັນປະທານ AIPA.

(ແຫຼ່ງຄັດຈາກ VOV)

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050.

Top