• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄຂກອງປະຊຸມຄັ້ງປະຖົມມະລຶກ

      ພິທີໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຖືກຈັດຂຶ້ນຢ່າງສົມກຽດ ຢູ່ນະຄອນຫຼວງ ຮ່າໂນ້ຍ.
ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
(ພາບ: TTXVN)
      ຕອນເຊົ້າວັນທີ 20 ກໍລະກົດ, ພິທີໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຖືກຈັດຂຶ້ນຢ່າງສົມກຽດ ຢູ່ນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມພິທີໄຂ ມີທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ພ້ອມດ້ວຍນັກປະຕິວັດອາວຸໂສ, ແຂກຖືກເຊີນ ແລະ ຜູ້ຕາງໜ້າບັນດາອົງການການທູດ, ບັນດາອົງການຈັດຕັ້ງສາກົນ.
        ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຖືວ່າ ກອງປະຊຸມຄັ້ງນີ້ຖືກດຳເນີນໃນສະພາບການທີ່ໂລກລະບາດໂຄວິດ -  19 ສືບຕໍ່ສົ່ງຜົນກະທົບຫຍໍ້ທໍ້ຕໍ່ພື້ນຖານເສດຖະກິດຂອງພາກພື້ນ ແລະ ໃນໂລກ, ໃນນັ້ນ ມີ ຫວຽດນາມ. ສິ່ງດັ່ງກ່າວ ເຮັດໃຫ້ຫຼາຍປະເທດຕ້ອງປ່ຽນແປງທິດທາງ ແລະ ຍຸດທະສາດພັດທະນາ. ທ່ານກ່າວວ່າ:
        “ສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດຊຸດທີ XV ຕ້ອງມີ ສະຕິຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ, ເຫັນໄດ້ເຖິງຄວາມຫຍຸ້ງຍາກ, ຄວາມສະດວກ, ກາລະໂອກາດຢ່າງຈະແຈ້ງ, ພິເສດແມ່ນໃນສະພາບການທີ່ປະເທດພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍ ແບບບໍ່ເຄີຍມີມາກ່ອນ; ເຊື່ອມຊຶມຄຳຊີ້ນຳສຳຄັນຂອງທ່ານເລຂາທິການໃຫຍ່, ສືບຕໍ່ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບຢ່າງສູງ, ໃກ້ຊິດສະໜິດສະໜົມກັບປະຊາຊົນ, ນັບຖືປະຊາຊົນ, ສະແຫວງຫາ, ຮັບຟັງຄຳເຫັນຂອງປະຊາຊົນ; ເສີມຂະຫຍາຍກຳລັງຄວາມສາມາດ, ຈັນຍາບັນ, ພູມປັນຍາ ຢ່າງສຸດຂີດ, ຕັດສິນໃຈປ່ຽນແປງໃໝ່, ປະດິດຄິດສ້າງ, ໃກ້ຊິດຕິດແທດກັບສະພາບການຕົວຈິງ, ປະກອບຄຳເຫັນຊ່ວຍໃຫ້ສະພາແຫ່ງຊາດຊຸດທີ XV ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ, ປະກາດໃຊ້ລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII  ຂອງພັກ ຢ່າງມີໄຊ”.

        ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະພິຈາລະນາ, ກຳນົດຫຼາຍເນື້ອໃນສຳຄັນ, ໃນນັ້ນ ມີການພິຈາລະນາ, ກຳນົດໂຄງປະກອບການຈັດຕັ້ງ ແລະ ເລືອກຕັ້ງ, ໃຫ້ສັດຕະຍາບັນບຸກຄະລາກອນຂັ້ນສູງຂອງກົງຈັກລັດ; ພິຈາລະນາ, ຕົກລົງບັນດາແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ເພື່ອແນໃສ່ຮັບປະກັນລັກສະນະສັງລວມ ແລະ ແມ່ນພື້ນຖານສຳຄັນໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ສ້າງເງື່ອນໄຂໃຫ້ບັນດາອົງການ, ຂະແໜງການ, ທ້ອງຖິ່ນຕ່າງໆ ຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດ ກໍຄື ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໂດຍໄວ.
        ຫຼັງຈາກນັ້ນ, ຕາງໜ້າໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີບົດກ່າວປາໄສ ໂດຍຍົກໃຫ້ເຫັນມູນເຊື້ອອັນສະຫງ່າອົງອາດຂອງ ສະພາແຫ່ງຊາດ ຫວຽດນາມ 14 ຊຸດ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງສະພາແຫ່ງຊາດ, ຂອງສະມາຊິກສະພາແຫ່ງຊາດຊຸດທີ XV ໃນການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top