• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດໄທຍາມໃດກໍ່ຮ່ວມເດີນທາງກັບສະພາແຫ່ງຊາດຫວຽດນາມ

ຜົນສຳເລັດໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ແລະ ເລື່ອງແບ່ງປັນຂໍ້ມູນຂ່າວສານ ແນ່ນອນວ່າ ຈະເພີ່ມທະວີຄວາມສາມັກຄີ ແລະ ສະຫນິດຕິດພັນໃນພາກພື້ນກວ່າອີກ.

ທ່ານ ຊວນ ຫລິກໄພ ປະທານສະພາແຫ່ງຊາດ ໄທ  ແລະ ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ

ໃນຈົດໝາຍສົ່ງເຖິງບັນດາປະເທດລັດຖະສະພາສະມາຊິກ AIPA ກ່ຽວກັບໂລກລະບາດ ໂຄວິດ 19, ທ່ານ ຊວນ ຫລິກໄພ ປະທານສະພາແຫ່ງຊາດ ໄທ  ໄດ້ສະແດງການສະຫນັບສະຫນູນທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໃນບົດບາດແມ່ນປະທານ AIPA ຊື່ງໄດ້ມີມາດຕະການແກ້ໄຂຢ່າງວ່ອງໄວກັບສະພາບການພາກພື້ນ ດ້ວຍບັນດາການກະທຳເໝາະສົມກັບອົງການນິຕິບັນຍັດ ພ້ອມທັງຢືນຢັນ ຕັດສິນໃຈຮ່ວມເດີນທາງ, ຮ່ວມມືພ້ອມກັບປະທານສະພາແຫ່ງຊາດຫວຽດນາມ ໃນຈຸດເວລາຫຍຸ້ງຍາກປະຈຸບັນ.

ໃນຈົດໝາຍ ທ່ານ ຊວນ ຫລິກໄພ ປະທານສະພາແຫ່ງຊາດ ໄທ  ສົ່ງເຖິງລັດຖະບານ ແລະ ປະຊາຊົນຫວຽດນາມ ການສະຫນັບສະຫນູນຢ່າງສຸດຈິດສຸດໃຈ ແລະ ການລະດົມກຳລັງໃຈໃນຄວາມມານະພະຍາຍາມສະກັດກັ້ນໂລກລະບາດອັນຕະລາຍນີ້. ທ່ານເຊື່ອໝັ້ນວ່າ ບັນດາປະເທດຈະຜ່ານຜ່າຄວາມຫຍຸ້ງຍາກປະຈຸບັນ. ຜົນສຳເລັດໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ແລະ ເລື່ອງແບ່ງປັນຂໍ້ມູນຂ່າວສານ ແນ່ນອນວ່າ ຈະເພີ່ມທະວີຄວາມສາມັກຄີ ແລະ ສະຫນິດຕິດພັນໃນພາກພື້ນກວ່າອີກ.

 (ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top