ໂດຍສືບຕໍ່ກອງປະຊຸມຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ XVI, ຕອນເຊົ້າວັນທີ 21 ພະຈິກ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ສະພາແຫ່ງຊາດໄດ້ບໍລິຫານການລົງຄະແນນສຽງຮັບຮອງເອົາກົດມາຍ 3 ສະບັບຂຶ້ນກັບຂົງເຂດການແພດລວມມີ: ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງ 6 ກົດໝາຍວ່າດ້ວຍເດັກນ້ອຍ, ຄົນພິການ, ການກວດປິ່ນປົວພະຍາດ, ການຢາ, ຜູ້ອາຍຸສູງ ແລະ ປະກັນສຸຂະພາບ; ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ; ແລະ ກົດໝາຍ ວ່າດ້ວຍການບໍລິຈາກ, ການຮັບເອົາ, ການຕັດຕໍ່ເນື້ອເຍື່ອ, ອະໄວຍະວະຂອງຮ່າງກາຍມະນຸດ ແລະ ການບໍລິຈາກ, ການຮັບເອົາສົບ (ສະບັບປັບປຸງ). ສິ່ງທີ່ເປັນໜ້າສົນໃຈ, ສຳລັບກົດໝາຍ ວ່າດ້ວຍການບໍລິຈາກ, ການຮັບເອົາ, ການຕັດຕໍ່ເນື້ອເຍື່ອ, ອະໄວຍະວະຂອງຮ່າງກາຍມະນຸດ ແລະ ການບໍລິຈາກ, ການຮັບເອົາສົບ ສະພາແຫ່ງຊາດຮັກສາຫຼັກການບໍອະນຸຍາດ ຮັບເອົາເນື້ອເຍື່ອ ແລະ ອະໄວຍະວະຮ່າງກາຍ ຂອງຜູ້ມີອາຍຸຕ່ຳກວ່າ 18ປີເພື່ອຜ່າຕັດປ່ຽນໃຫ້ຄົນອື່ນ.






