• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຫວຽດນາມ ແມ່ນສະມາຊິກຕັ້ງໜ້າແລະມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຂອງ IPU

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU) Martin Chungong ແລະ ການນຳລັດຖະສະພາບາງປະເທດ.
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານເລຂາທິການໃຫຍ່ IPU Martin Chungong)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ WCSP5 ຢູ່ນະຄອນຫຼວງ ວຽນ, ປະເທດໂອຕາລິດ, ຕອນບ່າຍວັນທີ 07 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU) Martin Chungong ແລະ ການນຳລັດຖະສະພາບາງປະເທດ.

ທີ່ການຕ້ອນຮັບທ່ານເລຂາທິການໃຫຍ່ IPU Martin Chungong, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຊົມເຊີຍບັນດາຄວາມມານະພະຍາຍາມາໃນການຈັດຕັ້ງ WCSP5 ໂດຍກົງດ້ວຍຂອບຂະໜາດໃຫຍ່, ໃນນັ້ນມີການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເລຂາທິການໃຫຍ່ IPU Martin Chungong. ສ່ວນທ່ານເລຂາທິການໃຫຍ່ Martin Chungong ຢືນຢັນວ່າ, ເລື່ອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມ WCSP5 ໄດ້ສະແດງໃຫ້ເຫັນວ່າ ຍາມໃດຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຂອງ  IPU ແລະ ຊົມເຊີຍ 3 ຂໍ້ສະເໜີຂອງສະພາແຫ່ງຊາດຫວຽດນາມ ເພື່ອແນໃສ່ສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ບົດບາດຂອງ IPU.

(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານນາງຮອງປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນກຸຍບາ Ana Maria Mari Machacdo)

ທີ່ການພົບປະລະຫວ່າງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານນາງຮອງປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນກຸຍບາ Ana Maria Mari Machacdo, 2 ຝ່າຍໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຫວຽດນາມ ແລະ ກຸຍບາ ຄວນສືບຕໍ່ແລກປ່ຽນ ແລະ ແບ່ງປັນຂໍ້ມູນຂ່າວ, ບົດຮຽນໃນບັນດາຂົງເຂດທີ່ມີທ່າແຮງຂອງ 2 ຝ່າຍໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

ທີ່ການຕ້ອນຮັບທ່ານນາງຮອງປະທານສະພາຕ່ຳລາຊະອານາຈັກອັງກິດ Eleanor Laing, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນອັງກິດ ເພີ່ມທະວີການພົວພັນທາງດ້ານເສດຖະກິດການຄ້າກັບພາກພື້ນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍອັງກິດ ໃນວິວັດການເຈລະຈາເພື່ອເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ, 2 ຝ່າຍໄດ້ແບ່ງປັນຄວາມສຳຄັນຂອງກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິ່ນ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ.

ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຍັງມີບັນດາການພົບປະເຈລະຈາກັບປະທານສະພາຕ່ຳອີຕາລີ; ປະທານສະພາແຫ່ງຊາດ ໂມຊຳບິກ; ປະທານສະພາຕ່ຳອິນເດຍ…

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ລາວ, ໄທ​ຢ່າງ​ຈົບ​ງາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ລາວ, ໄທ​ຢ່າງ​ຈົບ​ງາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບທ່ານປະທານສະພາແຫ່ງຊາດກຳປູເຈຍ, ລາວ ເປັນປະທານຮ່ວມກອງປະຊຸມສຸດຍອດ ສະພາແຫ່ງຊາດ CLV ຄັ້ງທີ 1, ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທາງການທູດ ທີ່ມີຄວາມໝາຍ ໃນປີ 2023 ຂອງການນຳຂັ້ນສູງ.

Top