• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາ (ສະບັບປັບປຸງ)

      ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນເຊົ້າວັນທີ 10 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ (ສະບັບປັບປຸງ).

ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນ ປຶກສາຫາລືກ່ຽວກັບຮ່າງກົດໝາຍ ວ່າດ້ວຍແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດ ຕາມສັນຍາ (ສະບັບປັບປຸງ) (ພາບ: TTXVN)
      ສະມາຊິກສະພາແຫ່ງຊາດສ່ວນຫຼາຍ ຖືວ່າ ຮ່າງກົດໝາຍດັ່ງກ່າວ ຕ້ອງເພີ່ມທະວີວຽກງານຄຸ້ມຄອງລັດໃຫ້ຫຼາຍກວ່າອີກ, ຕ້ອງມີກົດບັງຄັບຢ່າງເຂັ້ມງວດກວ່າ, ສ້າງກາລະໂອກາດໃຫ້ບັນດາວິສາຫະກິດຢ່າງເປັນທາງການ, ບັນດາວິສາຫະກິດທີ່ໄດ້ຮັບອະນຸຍາດໃຫ້ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ, ພິເສດແມ່ນຕ້ອງຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງຫວຽດນາມ ທີ່ໄປເຮັດວຽກຢູ່ຕ່າງປະເທດ, ເພີ່ມທະວີການປົກປ້ອງບັນດາສິດ, ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ.
        ໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດກໍໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການແກ້ໄຂການລະເມີດດ້ານການບໍລິຫານ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top