• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂອງທ້ອງຖິ່ນ

ໂດຍສືບຕໍ່ກອງປະຊຸມສະໄໝສະມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XIV, ຕອນເຊົ້າວັນທີ 25 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານ, ຮັບເອົາ, ດັດແກ້ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂອງທ້ອງຖິ່ນ ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍນີ້.

ທ່ານ ຫງວຽນແຮັ້ງຟຸກ ເລຂານຸການໃຫຍ່ສະພາແຫ່ງຊາດ (ພາບ: quochoi.vn)

ທີ່ກອງປະຊຸມສະໄໝສະມັນເທື່ອທີ 7 ໃນເດືອນພຶດສະພາ 2019, ສະພາແຫ່ງຊາດໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງ ທ້ອງຖິ່ນ. ປຶກສາຫາລືຢູ່ ຫໍປະຊຸມ, ສ່ວນຫຼາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດແມ່ນເຫັນດີກັບຂອບເຂດການປັບປຸງ, ເພີ່ມເຕີມຂອງຮ່າງກົດໝາຍ.

        ທ່ານ ຫງວຽນແຮັ້ງຟຸກ ເລຂານຸການໃຫຍ່ສະພາແຫ່ງຊາດ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີ ພຽງແຕ່ ປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍ ວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງຂັ້ນທ້ອງຖິ່ນ, ສຸມໃສ່ເຂົ້າບັນຫາເຮັດໃຫ້ກົງຈັກກະທັດຮັດ, ຍູ້ແຮງການແບ່ງສິດອຳນາດ, ແບ່ງຂັ້ນລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ແລະ ການ ກວດກາຄືນໃໝ່ບົດບາດໜ້າທີ່, ສິດອຳນາດຂອງ ບາງອົງການບໍລິຫານຂອງລັດ. ທ່ານກ່າວວ່າ

        ຮ່າງກົດໝາຍໂດຍລັດຖະບານຍື່ນສະເໜີນັ້ນຍັງບໍ່ໄດ້ກຳນົດວັນເວລາກ່ຽວກັບຜົນສັກສິດໃນການປະຕິບັດກົດໝາຍ. ເພື່ອຮັບປະກັນໄດ້ລັກສະນະຄົບຊຸດ, ມີຄວາມເປັນເອກະພາບກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດທີ່ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ ກຳນົດວັນເວລາທີ່ກົດໝາຍດັ່ງກ່າວມີຜົນສັກສິດແມ່ນແຕ່ວັນທີ 1 ມິຖຸນາ 2021 ເພື່ອເລີ່ມຜັນຂະຫຍາຍແຕ່ອາຍຸການຂອງລັດຖະບານຊຸດທີ XV ແລະ ສະພາປະຊາຊົນອາຍຸການ (2021 - 2026).

        ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານອະຟິປາຍ, ຮັບເອົາຄໍາເຫັນ, ດັດແກ້ ແລະ ປຶກສາຫາລືຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານກຸ່ມບໍລິສັດ SK, ສ.ເກົາຫຼີ

ທ່ານສະເໜີໃຫ້ SK ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຂອງ ຫວຽດນາມ ຜັນຂະຫຍາຍບັນດາໂຄງການໃຫ້ໄວທີ່ສຸດ, ແທດຈິງ ແລະ ມີປະສິດທິຜົນ.

Top