• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຕ້ອງເອົາໃຈໃສ່ເຖິງວິສາຫະກິດ


ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2016  ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2017
 ຂອງ​ສະພາ​ມະຫາບັນດິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ

      ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2016  ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2017 ຂອງ​ສະພາ​ມະຫາບັນດິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ພາລະກິດ​ໃຫຍ່​ສຸດ​ຂອງສະພາ​ມະຫາບັນດິດ​ໃນ​ປະຈຸ​ບັນ​ແມ່ນ​ການ​ປະກອບສ່ວນ ​ເພື່ອ​ໃຫ້​ພູມ​ປັນຍາ ​ແລະ ພື້ນຖານ​ດ້ານ​ວິທະຍາສາດ ຫວຽດນາມ ມີ​ຄວາມ​ເຂັ້ມ​ແຂງພາຍ​ໃນ​ປະ​ເທດ, ​ເພື່ອ​ຈາກ​ນັ້ນ ສາມາດ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ລະບົບ​ຄຸນ​ຄ່າ​ພູມ​ປັນຍາ​ໃນ​ທົ່ວ​ໂລກ​ຢ່າງ​ເປັນ​ເຈົ້າ​ການ​. ໃນ​​ໄລຍະ​ຈະ​ມາ​ເຖິງ ທ່ານ​ນາຍົກລັດຖະມົນຕີ ຊີ້​ນຳສະພາ​ມະຫາບັນດິດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ​ໄປ​ຄຽງ​ຄູ່ການ​ຄົ້ນຄວ້າ​ວິທະຍາສາດ​ ​ພື້ນຖານ, ຄວນ​ສະຫງວນ​ເວລາ, ​ແຫຼ່ງກຳລັງ​ໃຫ້​ເໝາະ​ສົມ ​ເພື່ອ​ຄົ້ນຄວ້າ​ໝູນ​ໃຊ້​ບັນດາ​ຜົນງານ​ດ້ານ​ວິທະຍາສາດ​ເຂົ້າພຶດ​ຕິ​ກຳ​ຕົວ​ຈິງ. ​ແລະ ທ່ານຢືນຢັນວ່າ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ໄດ້​ຮັບ​ການ​ກຳນົດ​ຈາກພັກ, ລັດ ຫວຽດນາມ ວ່າເປັນ​ກຳ​ລັງ​ໜູນ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​. ທ່ານ​ນາຍົກລັດຖະມົນຕີ ​ເຈາະ​ຈີ້ມ​ໃຫ້ ສະພາ​ມະຫາບັນດິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ກ່ຽວ​ກັບບັນດາ​ຫົວ​ຂໍ້​ຄົ້ນຄວ້າ​ວິທະຍາສາດ ​ແລະ​ ສະ​ເໜີ​ບັນດາ​ມາດ​ຕະການ ​ແລະ ການ​ນຳ​ໃຊ້​ຊັບພະຍາກອນ​ໂລຫະ​ໃຫ້​ເໝາະ​ສົມ; ​ປັບປຸງ​ສະພາບ​ແວດ​ລ້ອມ​ກໍ່​ຄື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ ​ແລະ ຮັບ​ມື​ໃຫ້​ດີ​ທີ່​ສຸດ​ຕໍ່​ບັນດາ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ໝູນ​ໃຊ້​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ​ສິນຄ້າ; ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ປຸງ​ແຕ່ງ​ຢ່າງ​ເລິກເຊິ່ງ ​ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ພື້ນຖານ​ກະສິກຳ ຫວຽດນາມ ​ໃນ​ລະບົບ​ມູນ​ຄ່າ​ທົ່ວ​​ໂລກ; ຄົ້ນຄວ້າ​ສະ​ເໜີ​ມາດ​ຕະການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃຫ້​ບັນດາ​ຂະ​ແໜງຂົງ​ເຂດ​ຫຼັກ​ແຫຼ່ງຂອງ​ປະ​ເທດ​ຊາດ​.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top