• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສະພາບໂລກລະບາດໂຄວິດ-19: ເອີລົບແມ່ນພາກພື້ນຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 406 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,8 ລ້ານຄົນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 406 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,8 ລ້ານຄົນ.

(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 11 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 406 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,8 ລ້ານຄົນ.

        ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດກວ່າ 141 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,65 ລ້ານຄົນ. ຖັດຈາກນັ້ນແມ່ນ ອາຊີ ດ້ວຍຜູ້ຕິດເຊື້ອກວ່າ 106,6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1,3 ລ້ານຄົນ. ຢູ່ເຂດອາເມລິກາເໜືອ ກວດພົບຜູ້ຕິດເຊື້ອພະຍາດກວ່າ 92,5 ລ້ານຄົນ, ໃນຂະນະນັ້ນຢູ່ ອາເມລິກາໃຕ້ ແມ່ນມີຜູ້ຕິດເຊື້ອກວ່າ 51,4 ລ້ານຄົນ.

        ຢູ່  ອີຕາລີ, ຕາມການສະຖິຕິຈາກກະຊວງສາທາລະນະສຸກປະເທດນີ້ແລ້ວ, ມາຮອດປະຈຸບັນມີປະຊາຊົນ 82,09% ໄດ້ສັກວັກຊິນກັນໂຄວິດ-19 ໂດຍພື້ນຖານແລ້ວ, ໃນນັ້ນຜູ້ສັກເຂັມທີກະຕຸ້ນແມ່ນ 60,17%. ຄາດວ່າ, ວັນທີ 31 ມີນາ ຈະມາເຖິງ ເວລາຈັດວາງຄຳສັ່ງສະພາວະສຸກເສີນຢູ່ ອີຕາລີ ຈະສິ້ນສຸດລົງ, ໝາຍຄວາມວ່າບັນດາຂໍ້ຈຳກັດຈະຖືກລົບລ້າງ ຫຼື ຜ່ອນຜ່ນລົງເລັກນ້ອຍ.

ສ່ວນຢູ່ ຫວຽດນາມ, ວັນທີ 11 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 26.487 ຄົນ ຢູ່ 62 ແຂວງ, ຄອນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກວ່າ 6.000 ຄົນ, ມີຜູ້ຕິດເຊື້ອພະຍາດ 74 ຄົນເສຍຊີວິດ.

 (ແຫຼ່ງຄັດຈາກ VOV)

ເພື່ອນມິດ ຊາວອາກຊັງຕິນ ຍ້ອງຍໍຊົມເຊີຍບັນດາຜົນສຳເລັດ ແລະ ທິດທາງການພັດທະນາຂອງ ຫວຽດນາມ

ເພື່ອນມິດ ຊາວອາກຊັງຕິນ ຍ້ອງຍໍຊົມເຊີຍບັນດາຜົນສຳເລັດ ແລະ ທິດທາງການພັດທະນາຂອງ ຫວຽດນາມ

ບັນດາຜົນສຳເລັດແຫ່ງການພັດທະນາຂອງ ຫວຽດນາມ ພາຍຫຼັງໄລຍະກວ່າເຄິ່ງສະຕະວັດ ແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ ສືບຕໍ່ໄດ້ຮັບການຈົດຈຳຈາກສາກົນ. ຢູ່ ອາກຊັງຕິນ, ບັນດານັກວິຊາການໄດ້ຕີລາຄາສູງທັງໝາກຜົນທີ່ ຫວຽດນາມ ຍາດມາໄດ້ ແລະ ທິດທາງການພັດທະນາໃນໄລຍະຍາວ ໃນໄລຍະໃໝ່. ຕາມ ນາງ Poldi Sosa Schmidt, ປະທານສະຖາບັນວັດທະນະທຳ ອາກຊັງຕິນ - ຫວຽດນາມ, ການຫັນປ່ຽນຂອງ ຫວຽດນາມ ແມ່ນສາມາດເຫັນໄດ້ຢ່າງຈະແຈ້ງ.

Top