ສະພາບໂລກລະບາດໂຄວິດ-19: ເອີລົບແມ່ນພາກພື້ນຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 406 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,8 ລ້ານຄົນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 406 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,8 ລ້ານຄົນ.

(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 11 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 406 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,8 ລ້ານຄົນ.

        ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດກວ່າ 141 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,65 ລ້ານຄົນ. ຖັດຈາກນັ້ນແມ່ນ ອາຊີ ດ້ວຍຜູ້ຕິດເຊື້ອກວ່າ 106,6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1,3 ລ້ານຄົນ. ຢູ່ເຂດອາເມລິກາເໜືອ ກວດພົບຜູ້ຕິດເຊື້ອພະຍາດກວ່າ 92,5 ລ້ານຄົນ, ໃນຂະນະນັ້ນຢູ່ ອາເມລິກາໃຕ້ ແມ່ນມີຜູ້ຕິດເຊື້ອກວ່າ 51,4 ລ້ານຄົນ.

        ຢູ່  ອີຕາລີ, ຕາມການສະຖິຕິຈາກກະຊວງສາທາລະນະສຸກປະເທດນີ້ແລ້ວ, ມາຮອດປະຈຸບັນມີປະຊາຊົນ 82,09% ໄດ້ສັກວັກຊິນກັນໂຄວິດ-19 ໂດຍພື້ນຖານແລ້ວ, ໃນນັ້ນຜູ້ສັກເຂັມທີກະຕຸ້ນແມ່ນ 60,17%. ຄາດວ່າ, ວັນທີ 31 ມີນາ ຈະມາເຖິງ ເວລາຈັດວາງຄຳສັ່ງສະພາວະສຸກເສີນຢູ່ ອີຕາລີ ຈະສິ້ນສຸດລົງ, ໝາຍຄວາມວ່າບັນດາຂໍ້ຈຳກັດຈະຖືກລົບລ້າງ ຫຼື ຜ່ອນຜ່ນລົງເລັກນ້ອຍ.

ສ່ວນຢູ່ ຫວຽດນາມ, ວັນທີ 11 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 26.487 ຄົນ ຢູ່ 62 ແຂວງ, ຄອນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກວ່າ 6.000 ຄົນ, ມີຜູ້ຕິດເຊື້ອພະຍາດ 74 ຄົນເສຍຊີວິດ.

 (ແຫຼ່ງຄັດຈາກ VOV)


top