• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

      ຕາມເວັບໄຊສະຖິຕິ worldometeres.info ແລ້ວ, ໄລ່ຮອດເວລາ 22 ໂມງຂອງວັນທີ 5 ພຶດສະພາ (ຕາມເວລາ ຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 155,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3,2 ລ້ານຄົນ.
ຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການປິ່ນປົວຢູ່ ອິນເດຍ (ພາບ: THX/TTXVN)
'      ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 33,3 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 593.000 ຄົນ.
        ຈຸດຮ້ອນຂອງໂລກລະບາດໃນປັດຈຸບັນ ຍັງຄົງແມ່ນ ອິນເດຍ ເມື່ອປະເທດອາຊີໃຕ້ນີ້ ພວມເຫັນປະຈັກຕາຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ ກ່ວາ 410.000 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນເກືອບ 4.000 ຄົນ/ວັນ. ປັດຈຸບັນ, ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ອິນເດຍ ຫຼາຍກ່ວາ 21 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 230.000 ຄົນ.
        ວົງການເຈົ້າໜ້າທີ່ອິນເດຍ ໄດ້ກ່າວເຕືອນວ່າ ປະເທດນີ້ຈະຕ້ອງການໄດ້ຮັບການໜູນຊ່ວຍທາງການແພດໃນໄລຍະຈະມາເຖິງ ເພື່ອກຽມພ້ອມການຮັບມືກັບກະແສເກີດໂລກລະບາດໃໝ່ ທີ່ອາດຈະເກີດຂຶ້ນ. ທ່ານ K. Vijay Raghavan, ທີ່ປຶກສາດ້ານວິທະຍາສາດໃຫ້ແກ່ ລັດຖະບານ ອິນເດຍ ໄດ້ຢັ້ງຢືນວ່າ ກະແສແຜ່ລະບາດຄັ້ງທີ 3 ຂອງ ໂລກລະບາດແມ່ນ ບໍ່ອາດສາມາດຫຼີກລ້ຽງໄດ້ ຍ້ອນການແຜ່ລະບາດຢູ່ໃນລະດັບສູງ, ແຕ່ບໍ່ຮູ້ໄດ້ຢ່າງຈະແຈ້ງວ່າ ຍາມໃດກະແສນີ້ ຈະເກີດຂຶ້ນ. ເພາະສະນັ້ນ, ອິນເດຍ ຕ້ອງກະກຽມໃກ້ແກ່ບັນດາກໍລະນີດັ່ງກ່າວ.
            ສ່ວນຢູ່ຫວຽດນາມ, ວັນທີ 6 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 8 ຄົນ ຊຶ່ງແມ່ນຄົນເຈັບທີ່ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ ສາຂາ ດົ່ງແອັງ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ ໂຮງໝໍນີ້ ຂຶ້ນເຖິງ 22 ຄົນ.
            ໄລ່ຮອດເວລາ 6 ໂມງຂອງວັນທີ 6 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 3030 ຄົນ, ໃນນັ້ນມີ 1634 ຄົນຕິດເຊື້ອພາຍໃນປະເທດ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top